ຊຸກຍູ້ການພົບປະແລກ,ການຮ່ວມມືທີ່ແທດຈິງລະຫວ່າງຊາວໜຸ່ມນະຄອນໂຮ່ຈີມີນແລະ ຊາວໜຸ່ມລາວ

ຊຸກຍູ້ການພົບປະແລກ,ການຮ່ວມມືທີ່ແທດຈິງລະຫວ່າງຊາວໜຸ່ມນະຄອນໂຮ່ຈີມີນແລະ ຊາວໜຸ່ມລາວ - ảnh 1
(ພາບປະກອບ)

 (vovworld) –​​ ໃນ​ຕອນ​ເຊ​ົ້າ​ວັນ​ທີ 7/4, ທ່ານ ເຕີ໊ດ​ແທງ​ກາງ, ຮອງ​ເລ​ຂາ​ຜູ້​ປະ​ຈຳ​ການ​ຄະ​ນະ​ພັກ​ນະ​ຄອນ​ໂຮ​ຈີ​ມີນ ​​ໃຫ້​ການຕ້ອນ​ຮັບ​ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ສູນ​ກາງຊາວໜຸ່ມ​ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ​ໂດຍ ທ່າ​ນ ສອນ​ທະ​ນູ ທຳ​ມະ​ວົງ, ເລ​ຂາ​ທີ​ໜຶ່ງ ສູນ​ກາງຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ນຳ​ໜ້າ​ຄະ​ນະ, ​ທີ່ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ຕາມ ທ່ານ ເຕີ໊ດ​ແທງ​ກາງ ແລ້ວ ການ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ສູນ​ກາງ​ຊາວ​ໜຸ່ມ ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຈະ​ເປີດ​ກາ​ລະ​ໂອ​ກາດ​​ຮ່ວມ​ມື ພັດ​ທະ​ນາຕື່ມ​ອີກ ໃຫ້​ແກ່ຊາວ​ໜຸ່ມ​ສອງ​ປະ​ເທດ ເວົ້າ​ລວມກໍ່​ຄື​ຊາວ​ໜ​ຸ່ມ​ ນະ​ຄອນ​ໂຮ່​ຈີ​ມີນ ແລະ ບັນ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ເວົ້າ​ສະ​ເພາະ. ປັດ​ຈຸ​ບັນ​ ນະ​ຄອນ​ກຳ​ລັງ​ຊ່ວຍ​ລາວ ກ່ຽວ​ກັບ ​ການກໍ່​ສ້າງ​ພະ​ນັກ​ງານ​ໜຸ່ມ​, ພັດ​ທະ​ນາດ້ານ​ກະ​ສິ​ກຳ. ​ໃນຫຼາຍ​ປີ​ຜ່ານ​ມາ, ຊາວ​ໜ​ຸ່ມ​ນະ​ຄອນ ໄດ້​ຕັ້ງ​ໜ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ ອາ​ສາ​ສະ​ໝັກ ຢູ່​ລາວ. ສ່ວນ​ ທ່ານ ສອນ​ທະ​ນູ ທຳ​ມະ​ວົງ  ​ກໍ່​ໃຫ້​ຮູ້​ວ່າ​ ໃນຊຸມ​ປີ​ຜ່ານ​ມາ ລາຍການ​ຮ່ວມ​ມື​ລະ​ຫວ່າງ ຊາວ​ໜ​ຸ່ມ​ ນະ​ຄອນ​ໂຮ່​ຈີ​ມີນ​ ກັບ​ບັນ ​ດາ​ທ້ອງ​ຖິ່ນ​ຂອງ​ລາວ ບັນ​ລຸ​ໄດ້ຫຼາຍ​ຜົນ​ງາງ​​ທີ່ຕັ້ງ​ໜ້າ, ເປັນ​ຕົ້ນ​ແມ່ນ​ການ​ເຄື່ອນ​ໄຫວ​ອາ​ສາ​ສະ​ໝັກ ຂອງ​ຊາວ​ໜຸ່ມ, ລາຍ​ການ​ພົບ​ປະ​ແລກ​ປ່ຽນ, ແລກ​ປ່ຽນ​ບົດ​ຮຽ​ນ ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ເປັນ​​ປະ​ຈຳ. ນີ້​ແມ່ນພື້ນ​ຖານ​ຊ່ວຍ​ໃຫ້ຊາວ​ໜຸ່ມ​ສອງ​ປະ​ເທດ​​ມີ​ຄວາມ​ໃຫ້​ຊິດສະ​ໜິດ​ສະ​ໜົມ​ກັນກ​ວ່າ.

ຂ່າວ/ບົດ​ອື່ນ