ຊຸກຍູ້ການພົບປະແລກປ່ຽນປະຊາຊົນຫວຽດນາມ-ອາເມລິກາ

(VOVWORLD) -ທ່ານເອກອັກຄະລັດຖະທູດ ຫງວຽນເຕິມຈ໊ຽນ ໄດ້ແນະນຳໃຫ້ຄະນະຜູ້ແທນກ່ຽວກັບຂົງເຂດຮ່ວມມືການສຶກສາຫວຽດນາມ - ອາເມລິກາ; ສະໜອງຂໍ້ມູນຂ່າວສານກ່ຽວກັບປະຫວັດສາດ, ວັດທະນະທຳຫຽດນາມ

ຕອນບ່າຍວັນທີ 15 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິມຈ໊ຽນ, ປະທານສະມາຄົມ ຫວຽດນາມ - ອາເມລິກາ (ສະຫະພັນບັນດາອົງການມິດຕະພາບຫວຽດນາມ) ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນໂຮງຮຽນມັດທະຍົມຕອນປາຍ George, ລັດ Pennsylvania, ປະເທດອາເມລິກາ ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 10 – 22 ມິຖຸນາ.

        ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິມຈ໊ຽນ ໄດ້ແນະນຳໃຫ້ຄະນະຜູ້ແທນກ່ຽວກັບຂົງເຂດຮ່ວມມືການສຶກສາຫວຽດນາມ - ອາເມລິກາ; ສະໜອງຂໍ້ມູນຂ່າວສານກ່ຽວກັບປະຫວັດສາດ, ວັດທະນະທຳຫຽດນາມ; ຕອບຄຳຖາມທີ່ກ່ຽວຂ້ອງເຖິງວິວັດທະນາການສ້າງສາ ແລະ ພັດທະນາປະເທດຊາດຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ກ່ຽວກັບການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມ - ອາເມລິກາ…

ຕອບກັບ

ຂ່າວ/ບົດ​ອື່ນ