ຊຸກຍູ້ການພົວພັນຄູ່ ຮ່ວມມືຍຸດທະສາດ ຫວຽດນາມ-ອິນເດຍ ຢ່າງແຮງ


 ຊຸກຍູ້ການພົວພັນຄູ່ ຮ່ວມມືຍຸດທະສາດ ຫວຽດນາມ-ອິນເດຍ ຢ່າງແຮງ - ảnh 1

(ພາບ: http://m.vietnamnet.vn)

 (vovworld)- ຕອນ​ເຊົ້າວັນ​ທີ 9/6, ຢູ່​ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານນາງ ​Preeti Saran ​ເອກ​ອັກຄະ​ລັດຖະທູດ​ອິນ​ເດຍປະຈຳ​ຫວຽດນາມ, ທ່ານ​ເວື​ອງດິງ​ເຫ້ວ ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໂດຍ​ເຫັນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ອິນ​ເດຍ ພວມ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແຮງ, ​ໂດຍ​ສະ​ເພາະ​ແມ່ນ​ພາຍ​ຫລັງກາ​ນຢ້ຽມຢາມອິນ​ເດຍ ທາງລັດຖະກິດ​ຂອງ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາ ຫງວຽນ​ຟູ​ຈ້ອງ ​​ເມື່ອ​​ເດືອນ 11/2013 ທີ່​ຜ່ານ​ມາ. ທ່ານ​ເວື​ອງດິງ​ເຫ້ວ ສະ​ເໜີ​ວ່າ, ​ໃນ​ຖານະ​ຂອງ​ຕົນ, ທ່ານນາງເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ຈະ​ສືບ​ຕໍ່​ຊຸກຍູ້, ສະ​ເໜີ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ແນ​ໃສ່​ຊຸກຍູ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ-​ອິນ​ເດຍ ຢ່າງ​ແຮງ​ກ່ວາ​ອີກ ບົນ 5 ​ເສົາ​ຄ້ຳຕົ້ນຕໍ່​ຄື: ​ການ​ເມືອງ, ​ເສດຖະກິດ, ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ວັດທະນະທຳ​ການ​ສຶກສາ.

  ສ່ວນ​ທ່ານນາງເອກ​ອັກຄະ​ລັດຖະທູດ​ອິນ​ເດຍ ປະຈຳ​ຫວຽດນາມ Preeti Saran ​ເນັ້ນນັກ​ວ່າ: ອິນ​​ເດຍ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ນຳການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດລະຫວ່າງ​ສອງ​ປະ​ເທດ​ພັດທະນາ​ຢ່າ​ງ​ເລິກ​ເຊິ່ງກ້ວາງ​ຂວາງ​ກ່ວາ​ອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ທັງ​ສອງ​ປະ​ເທດ. ອິນ​ເດຍ ປາດຖະ​ໜາ​ວ່າ, ຫວຽດນາມ ຈະ​ເປີດ​ສາຍ​ການບິນ​ໂດຍ​ກົ​ງຈາກ​ຫວຽດນາມ ​ໄປ​ອິນ​ເດຍ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການທ່ອງທ່ຽວ​ລະຫວ່າງ​ສອງ​ປະ​ເທດ./.

ຂ່າວ/ບົດ​ອື່ນ