ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ວັນທີ 29 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ຕ້ອນຮັບທ່ານ Moon Moo-il ຫົວໜ້າອົງການໄອຍະການສູງສຸດຂອງ ສ.ເກົາຫຼີ.

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງໃຫ້ຮູ້ວ່າ: ຫວຽດນາມ ແລະ ສ.ເກົາຫຼີ ຄວນຍົກສູງຈິດໃຈການຕໍ່ສູ້ຕ້ານອາດຊະຍາກຳປະເພດຕ່າງໆ, ພ້ອມທັງສະເໜີໃຫ້ ສ.ເກົາຫຼີ ໜູນຊ່ວຍຫວຽດນາມໃນການຄົ້ນຄວ້າລະບອບກົດໝາຍ, ແລກປ່ຽນການບຳລຸງສ້າງພະນັກງານໄອຍະການ, ນຳໃຊ້ບັນດາເຕັກໂນໂລຢີທີ່ກ້າວໜ້າໃນການຄຸ້ມຄອງບັນດາເປົ້າໝາຍອາດຊະຍາກອນ.

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຕ້ອນຮັບທ່ານ Moon Moo-il ຫົວໜ້າອົງການໄອຍະການສູງສຸດຂອງ ສ.ເກົາຫຼີ (ພາບ:VTV1) 

        ສ່ວນທ່ານ Moon Moo-il ໃຫ້ຮູ້ວ່າ: ສ.ເກົາຫຼີ ພ້ອມແລ້ວໃຫ້ການແລກປ່ຽນປະສົບການກ່ຽວກັບການ ປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງກັບຫວຽດນາມ, ພ້ອມທັງປາຖະໜາວ່າ ລັດຖະບານຫວຽດນາມຈະສະໜັບສະໜູນ ສ.ເກົາຫຼີ ໃນການສ້າງຕັ້ງກົນໄກສັນຕິພາບຢູ່ ແຫຼມເກົາຫຼີ. ກ່ຽວກັບບັນຫາດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ແບ່ງປັນວ່າ: ການພົວພັນລະຫວ່າງ ສ.ປ.ປ.ເກົາຫຼີ ແລະ ສ.ເກົາຫຼີໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າ ແລະ ຢັ້ງຢືນທັດສະນະຂອງ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ມີຄວາມຮັບຜິດຊອບໃນການປະກອບສ່ວນສ້າງແຫຼມເກົາຫຼີ ໃຫ້ມີສັນຕິພາບ, ພ້ອມກັນຮ່ວມມື ແລະ ພັດທະນາ. 

ຕອບກັບ

ຂ່າວ/ບົດ​ອື່ນ