ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ - ảnh 1
ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຫງວຽນວັນ​ເທີ
(ພາບ: vnemba.org.cn)


(vovworld) - ​ເນື່ອງ​ໃນ​ໂອກາດ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຈະ​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ຈີນ ​ແຕ່​ວັນ​ທີ 19 – 21/06, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ຈີນ ຫງວຽນວັນ​ເທີ ​ໄດ້​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຫວຽດນາມ ​ແລະ ຈີນ ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽ​ມຢາມ ກໍ່​ຄື​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ຈີນ. ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ວັນ​ເທີ ​ໃຫ້​ຮູ້​ວ່າ, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຈີນ, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຈະ​ມີ​ການ​ເຈລະຈາ​ກັບ​ທ່ານ​ເລຂາທິກ​ານ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສື່​ຈິນພິງ ​ແລະ ພົບ​ປະ​ກັບ​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ​ຈີນ, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ ​ເລິກເຊິ່ງກວ່າ ກໍ່ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນວັນ​ເທີ ​ແລ້ວ, ​ໃນ 3 ບັນຫາ​ໃຫຍ່​ທີ່​ຍັງ​ຄົງຂ້າງ​​ໂດຍ​ປະຫວັດສາດ​ປະ​ໄວ້ນັ້ນ, 2 ປະ​ເທດແກ້​ໄຂ​ໄດ້ 2 ບັນຫາ​ແລ້ວນັ້ນ​ແມ່ນ ​ເສັ້ນ​ຊາຍ​ແດນ​ທາງບົກ ​ແລະ ​ອ່າວພາກ​ເໜືອ. ປະຈຸ​ບັນ 2 ປະ​ເທດ​ຍັງ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ເປັນ​ພື້ນຖານ ຊີ້​ນຳ​ແກ້​ໄຂ​ບັນຫາ​ທະ​ເລ​ບົນ​ພື້ນຖານຍືດ​ໝັ້ນ​ຜ່ານ​ການ​ເຈ​ບະ​ຈາ​ມິດຕະພາບ, ​ການແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ, ສະ​ເໝີ​ພາບ, ​ເຄົາລົບ​ຜົນ​ປະ​ໂຫຍ​ດຂອງ​ກັນ ​ແລະ ​ເຄົາລົບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ຂອງ​ສະຫະ​ປະຊາຊາດກ່ຽວ​ກັບກົດໝາຍ​ວ່າ​ດ້ວຍທະ​ເລ (UNCLOS) ປີ 1982, ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ກ້າວ​ໄປ​ເຖິງ ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

        ທ່ານ​ເອກ​ອັກຄະ​ລັດຖະທູດ​ ຫງວຽນວັນ​ເທີ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ 2 ປະ​ເທດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ລະຫວ່າງ​ຫວຽດນາມ - ຈີນ ຈະ​ນັບ​ມື້​ນັບ​ພັດທະນາ​ທັງ​ທາງ​ດ້ານ​ຈຳ​ນວນ ​ແລະ ຄຸນ​ນະພາ​ບ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຜ່ານ​ນັ້ນ​ປະກອບສ່ວນ​ເຂົ້າ​​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ຈີນ.
ຂ່າວ/ບົດ​ອື່ນ