ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ ກວ່າອີກ

(VOVWORLD) -ວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີອິນເດຍ Narendra Modi.
ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ-ອິນເດຍ ກວ່າອີກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
(ພາບ: VGP)

ທີ່ການໂອ້ລົມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ລັດຖະບານ ອິນເດຍ ຈົ່ງໃຫ້ບຸລິມະສິດໜູນຊ່ວຍຫວຽດນາມ ໃນການສຳຜັດກັບແຫຼ່ງວັກຊິນດ້ວຍຫຼາຍຮູບແບບທີ່ແຕກຕ່າງກັນ ແລະ ໄວທີ່ສຸດ, ຫຼາຍທີ່ສຸດເທົ່າທີ່ສາມາດ, ພ້ອມທັງຖ່ອຍທອດເຕັກໂນໂລຊີການຜະລິດວັກຊິນໃຫ້ແກ່ ຫວຽດນາມ, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການຂອງ 2 ຝ່າຍໃນການສະໜອງວັກຊິນຂອງ ອິນເດຍ ໃຫ້ແກ່ຫວຽດນາມ. ສ່ວນທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ສະແດງຄວາມພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນຂົງເຂດນີ້; ຢືນຢັນວ່າ ອິນເດຍ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ ການເມືອງ, ເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ…

        ນາຍົກລັດຖະມົນຕີທັງ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອິນເດຍ ໃນໄລຍະຈະມາເຖິງກວ່າອີກ. 2 ຝ່າຍເຫັນດີມານະພະຍາຍາມບັນລຸວົງເງິນການຄ້າ 2 ສົ້ນໃຫ້ໄດ້ 15 ຕື້ USD/ປີ ໂດຍໄວ. 2 ຝ່າຍເຫັນດີເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ ແລະ ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ ເມື່ອທັງ 2 ປະເທດລ້ວນແຕ່ແມ່ນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງໃນປີ 2021. ນາຍົກລັດຖະມົນຕີ 2 ທ່ານໄດ້ຢືນຢັນຄວາມສຳຄັນຂອງເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ໂດຍອີງໃສ່ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ