ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ

ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແລະ ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ

(vovworld)-  ​ເນື່ອງ​ໃນ​ໂອ​ກາດ​ໂອ​ກາດ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ສີ​ຈິ້ນ​ຜິງ ແຕ່​ວັນ​ທີ 5-6/11,  ວັນ​ທີ 6/11, ຫວຽດ​ນາມ ແລະ ຈີນ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ລວມ​ມີ 11 ຂໍ້ ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ -ຈີນ. ຖະ​ແຫລງ​ການ​ຮ່ວມ​ຊີ້​ແຈ້ງ: ທີ່​ການ​ເຈ​ລະ​ຈາ, ພົບ​ປະ​ແລກ​ປ່ຽນ​ຄຳ​ເຫັນ​ຄັ້ງ​ຕ່າງໆ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ, ບັນ​ດາ​ການ​ນຳ ຫວຽດ​ນາມ ແລະ ຈີນ ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ: ຫວຽດ​ນາມ ແລະ ຈີນ ຄວນ​ກຳ​ແຫນ້ນ​ທິດ​ທາງ​ອັນ​ຖືກ​ຕ້ອງ​ຂອງ​ນ້ຳ​ໃຈ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ຈີນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊຸກ​ຍູ້​ການ​ຮ່ວມ​ມື​ບັນ​ດາ​ຂົງ​ເຂດ​ບົນ​ພື້ນ​ຖານ​ເຄົາ​ລົບ​ເຊິ່ງ​ກັນ ແລະ​ກັນ, ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ຄວມ​ຄຸມ​ເປັນ​ຢ່າງ​ດີ ແລະ ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ​ຢ່າງ​ສົມ​ເຫດ​ສົມ​ຜົນ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວ​ມື ການ​ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ​ ຫວຽດ​ນາມ - ຈີນ ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ສະ​ຖຽນ​ລະ​ພາບ.

ສອງ​ຝ່າຍ​ຖື​ວ່າ: ເລື່ອງ​ຮັກ​ສາ​ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ມີ​ບົດ​ບາດ​ສ​ຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຊ​ຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ.

ສອງ​ຝ່າຍ​ເຫັນ​ດີ ປະ​ຕິ​ບັດ​ແຜນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ພັກ​ເປັນ​ຢ່າງ​ດີ ແລະ ເຮັດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາອ​ົງ​ການ​ພັກ​ຢູ່​ສູນ​ກາງ ແລະ ທ້ອງ​ຖິ່ນ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ສະ​ພາ​ຜູ້​ແທນ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ, ຊຸກ​ຍູ້​ການ​ພົວ​ພັນ​ແລ​ກ່​ປຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ສອງ​ປະ​ເທດ​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ລະ​ຫວ່າ​ງ​ສອງກອງ​ທັບ, ນຳ​ໃຊ້​ກົນ​ໄກ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ປ້ອງ​ກັນ​ຊາດ​ເປັນ​ຢ່າງ​ດີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ​ລະ​ຫວ່າງ​ຕຳ​ຫລວດ​ທະ​ເລ​ສອງ​ປະ​ເທດ, ພ້ອມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ທະ​ເລ​ອ່າວ​ພາກ​ເຫນືອ, ຊຸກ​ຍູ້​ການ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງກອງ​ບັນ​ຊາ​ການ​ຕຳ​ຫລວດ​ທະ​ເລ​ຫວຽດ​ນາມ ກັບ​ກົມ​ຕຳ​ຫລາດ​ທະ​ເລ​ຈີນ.

ຖະ​ແຫລງ​ການ​ຮ່ວມ​ຊີ້​ແຈ້ງວ່າ: ຫວຽດ​ນາມ ແລະ​ຈີນ ຈະ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ພັດ​ທະ​ນາ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ກໍ່​ສ້າງ, ຄົມ​ມະ​ນາ​ຄົມ ແລະ ກ​ະ​ສິ​ກຳ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພາ​ສີ ແລະ ການ​ຄ້າ​ຊາຍ​ແດນ.

ຫວຽດ​ນາມ ແລະ ຈີນ ປືກ​ສາ​ຫາ​ລື​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ ແລະ ເນັ້ນ​ຫນັກ​ຢ່າງ​ແຮງເຖິງ​ການ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ສຳ​ຄັນທີ່​ບັນ​ລຸ​ໄດ​້​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ. ສອງ​ລັດ ຢືດ​ໝັ້ນ ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ ເຈ​ລະ​ຈາ​ມິດ​ຕະ​ພາບ, ຊອກ​ຫາ​ມາດ​ຕະ​ການ​ພື້ນ​ຖານ ແລະ ຍາວ​ນານ, ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຫລັກ​ໝັ້ນ ແລະ ແຜນ​ນະ​ໂຍ​ບາຍ​ຂອງ​ແຕ່​ລະ​ປະ​ເທດ.

ສອງ​ຝ່າຍ​ເຫັນ​ດີ ພ້ອມ​ກັນ​ຄວບ​ຄຸມ​ຄວາມບໍ່​ລົ​ງ​ລອຍ​ກັນ​ບົນ​ທະ​ເລ​ເປັນ​ຢ່າງ​ດີ, ປະ​ຕິ​ບັດ​ຖະ​ແຫລງ​ການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ບັນ​ດາ​ຝ​່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ DOC ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ, ຊຸກ​ຍູ້​ສ້າງ​ປະ​ມວນ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ COC ສຳ​ເລັດ​ໂດຍ​ໄວ.

ສອງ​ຝ່າຍ ເຫັນ​ດີ ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ຂອບ​ເຂດຫລາຍ​ຝ່າຍຄື: ສ​ປ​ຊ, APEC, ASEAN -ຈີນ ພ້ອມ​ກັນ​ຮັກ​ສາ, ປົກ​ປ​ັກ​ຮັກ​ສາ ແລະ ຊຸກ​ຍູ້​ສັນ​ຕິ​ພາບ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ແລະ ພັດ​ທະ​ນາຂອງ​ໂລກ. ຝ່າຍ​ຈີນ ສະ​ຫນັບ​ສະ​ຫນູນ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 2017 ສຳ​ເລັດ​ຜົນ.ໃນ​ໄລ​ຍະ​ຢ້ຽມ​ຢາມ​ຫວຽດ​ນາມ, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ເອ​ກະ​ສານ​ຮ່ວມ​ມື​ສຳ​ຄັນ​ຫລາຍ​ສະ​ບັບ.

ຂ່າວ/ບົດ​ອື່ນ