ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ໃຫ້ນັບມື້ນັບພັດທະນາຢ່າງແຮງ
(VOVWORLD) - ຕອນຄ່ຳວັນທີ 5 ກຸມພາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ມົງໂກນເລຍ ປະຈຳ ຫວຽດນາມ ໄດ້ຈັດພິທີຕ້ອນຮັບບຸນເຕັດປະເພນີ “Tsagaan Sar” ຂອງປະຊາຊົນ ມົງໂກນເລຍ.
ພາບປະກອບ: TTXVN |
ເຂົ້າຮ່ວມເຫດການ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫງວຽນມິງຫວູໄດ້ສົ່ງຄຳອວຍພອນໄປຍັງລັດຖະບານ ແລະ ປະຊາຊົນມົງໂກນເລຍ ເນື່ອງໃນໂອກາດບຸນເຕັດປະເພນີ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການພົວພັນ ກັບບັນດາຄູ່ຮ່ວມມືທີ່ມີແຕ່ດົນນານຢ່າງສະເໝີຕົ້ນສະເໝີປາຍ, ໃນນັ້ນມີ ມົງໂກນ, ປາດຖະໜາຢາກສືບຕໍ່ພ້ອມກັບລັດຖະບານ ແລະ ປະຊາຊົນ ມົງໂກນເລຍ ຊຸກຍູ້ການພົວພັນ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ ໃຫ້ນັບມືນັບພັດທະນາ.
ສ່ວນທ່ານເອກອັກຄະລັດຖະທູດ ມົງໂກນປະຈຳ ຫວຽດນາມ Jigiee sereẹav ຢັ້ງຢືນວ່າ ມົງໂກນເລຍ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກ ພັດທະນາການພົວພັນ, ການຮ່ວມມືຢ່າງມີປະສິດທິຜົນ, ເລິກເຊິ່ງກວ້າງຂວາງ ແລະ ຍາວນານກັບ ຫວຽດນາມ - ຄູ່ຮ່ວມມືແຖວໜ້າຂອງ ມົງໂກນເລຍ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.