ຊຸກຍູ້ການພົວພັນທາງດ້ານການຄ້າ, ການລົງທຶນ ຫວຽດນາມ - Venezuela

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມ...
ຊຸກຍູ້ການພົວພັນທາງດ້ານການຄ້າ, ການລົງທຶນ ຫວຽດນາມ - Venezuela - ảnh 1
ທ່ານນາງ Capaya Rodriguez, ຮອງລັດຖະມົນຕີກະຊວງການຕ່າງປະເທດ Venezuela ແລະ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງ Capaya Rodriguez, ຮອງລັດຖະມົນຕີກະຊວງການຕ່າງປະເທດ Venezuela ໄດ້ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 6 – 10 ກໍລະກົດ, ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 15 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ (1 ມິຖຸນາ 2007 – 1 ມິຖຸນາ 2022).

        ວັນທີ 8 ກໍລະກົດ, ໃນການຕ້ອນຮັບທ່ານນາງຮອງລັດຖະມົນຕີການຕ່າງປະເທດ Capaya Rodriguez, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຢັ້ງຢືນການຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືອັນດີງາມ, ກໍ່ຄືຂອບເຂດການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ Venezuela; ສະເໜີໃຫ້ສອງຝ່າຍສືບຕໍ່ສົບທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຂອງບັນດາກະຊວງ, ຂະແໜງການ; ເພີ່ມທະວີການພົວພັນດ້ານການຄ້າ, ການລົງທຶນສອງຝ່າຍ.

        ແລະກໍ່ໃນວັນດຽວກັນ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອັກ ແລະ ຄູ່ຕຳແໜ່ງ Venezuela ໄດ້ເຂົ້າຮ່ວມກອງປະຊຸມປຶກສາການເມືອງຄັ້ງທີ IX.  ສອງຝ່າຍໄດ້ເຫັນດີເປັນເອກະພາບບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງສອງປະເທດຕາມທິດແທດຈິງ, ມີປະສິດທິຜົນກ່ວາອີກ; ຢັ້ງຢືນຫຼັກໝັ້ນສະໜັບສະໜູນແກ້ໄຂບັນດາການຂັດແຍ້ງສາກົນດ້ວຍບັນດາມາດຕະການທາງການທູດ, ສັນຕິວິທີບົນພື້ນຖານກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ