ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແມ່ຍິງຫວຽດນາມ - ກຳປູເຈຍ

ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແມ່ຍິງຫວຽດນາມ - ກຳປູເຈຍ - ảnh 1
( ພາບປະກອບ )

(vovworld) - ຕອນ​ເຊົ້າ​ວັນ​ທີ 24/8, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສູນ​ກາງ​ສະຫະພັນ​ແມ່​ຍິງ​ຫວຽດນາມ​ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ”ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ແມ່​ຍິງ​ຫວຽດນາມ - ກຳປູ​ເຈຍ”. ປະທານສູນ​ກາງ​ສະຫະພັນ​ແມ່​ຍິງ​ຫວຽດນາມ ທ່ານ​ນາງ Nguyen Thi Thanh Hoa  ​ແລະ ທ່ານ​ນາງຮອງ​ນາຍົກລັດຖະມົນຕີ, ຜູ້​ປະ​ຈຳ​ການ​ລັດຖະບານ​ລາຊະ​ອານາຈັກ​ກຳປູ​ເຈຍ, ປະທານສະຫະພັນ​ແມ່​ຍິງ​ ກຳປູ​ເຈຍ ​ເພື່ອ​ສັນຕິພາບ ​ແລະ ພັດທະນາ Men Sam On ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ. ​ໃນ​ໄລຍະ 2009-2011, ​ແມ່ຍິງ​ສອງ​ປະ​ເທດ​ໄດ້​ເພີ່ມ​ທະວີ​ການ​ແລກປ່ຽນ​ບົດຮຽນ​ໃນ​ການ​ລົບ​ລ້າ​ງຄວາມ​ອຶດ​ຫີ​ວ ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍູ້​ແຮງ​ການ​ຮ່ວມ​ມື​ຄວບ​ຄຸມ​ການ​ຄ້າ​​ແມ່ຍິງ, ​ເດັກນ້ອຍ​ຢ່າງ​ມີ​ປະສິດທິ​ຜົນ. ປະທານສູນ​ກາງ​ສະຫະພັນ​ແມ່​ຍິງ​ຫວຽດນາມ ທ່ານ​ນາງ Nguyen Thi Thanh Hoa , ​ໃຫ້​ຮູ້​ວ່າ:

”ຫວຽດນາມ ​ແລະ ກຳປູ​ເຈຍ​ ມີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ຍາວ​ນານ. ຄາດ​ວ່າຂໍ້​ຕົກລົງ​ຮ່ວມ​ມື​ໃນ​ໄລຍະ 2012-2017 ຢູ່​ຂັ້ນ​ສູນ​ກາງ ​ແລະ ​ແຂວງ​ນະຄອນຈະ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ທ້າຍ​ປີ​ນີ້. ພວກ​ຂ້າພະ​ເຈົ້າ​ຈະ​ມີ​ການ​ປຶກສາ​ຫາລື​ນຳ​ກັນ ​ເພື່ອ​ໃຫ້ການ​ຮ່ວມ​ມື​ບັນລຸ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ. ຂ້າພະ​ເຈົ້າ​ຖື​ວ່າການ​ຮ່ວມ​ມື​ນີ້​ຈະ​ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ”

ຂ່າວ/ບົດ​ອື່ນ