ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກາ​ຕາ

(VOVWORLD) -ຮ່າໂນ້ຍ ແລະ ໂດຮາ ເຫັນດີເປັນເອກະສັນສືບຕໍ່ປັບປຸງການພົວພັນດ້ານການເມືອງ - ການຕ່າງປະເທດໃຫ້ດີງາມກວ່າອີກ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ. 
ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກາ​ຕາ - ảnh 1ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຮອງກະສັດ ກາຕາ Sheikh Abdullah Bin Hamad Al Thani  (ພາບ: TTXVN)

ຫວຽດນາມ ແລະ ກາຕາ ມີຄວາມປາດຖະໜາ ແລະ ຕັດສິນໃຈຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານກວ່າອີກ, ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງປະເທດ. ຮ່າໂນ້ຍ ແລະ ໂດຮາ ເຫັນດີເປັນເອກະສັນສືບຕໍ່ປັບປຸງການພົວພັນດ້ານການເມືອງ - ການຕ່າງປະເທດໃຫ້ດີງາມກວ່າອີກ ຜ່ານການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຜູ້ແທນຂັ້ນສູງ. ນີ້ແມ່ນຄຳຢືນຢັນຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ຮອງກະສັດ ກາຕາ Sheikh Abdullah Bin Hamad Al Thani ຢູ່ການພົບປະເຈລະຈາທີ່ ຖືກດຳເນີນໃນວັນທີ 7 ພຶດສະພາ ຢູ່ນະຄອນຫຼວງ ໂດຮາ, ໃນຂອບເຂດການຢ້ຽມຢາມ  ກາຕາ ຢ່າງເປັນທາງການແຕ່ວັນທີ 6 ພຶດສະພາ - 8 ພຶດສະພາ ຂອງທ່ານນາງຮອງປະທານປະເທດ ຫວຽດນາມ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການນຳສອງທ່ານໄດ້ຕີລາຄາວ່າ ສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງເພື່ອຍູ້ແຮງການຮ່ວມມືໃນຂົງເຂດການຄ້າ, ການລົງທຶນ, ການທ່ອງທ່ຽວ… ສອງຝ່າຍເຫັນດີສົມທົບກັນຈັດເຫດການສົ່ງເສີມການລົງທຶນ, ການຄ້າ, ເວທີປາໄສດຳເນີນທຸລະກິດໃນໄລຍະຈະມາເຖິງ, ເຫັນດີຍົກສູງການຮ່ວມມືລະຫວ່າງກອງທຶນ, ວິສາຫະກິດລົງທຶນຂອງແຕ່ລະປະເທດໃນບັນດາຂົງເຂດທີ່ມີກຳລັງບົ່ມຊ້ອນ, ເປັນຕົ້ນແມ່ນ: ພື້ນຖານໂຄງລ່າງ, ການຂົນສົ່ງ, ທ່າກ່ຳປັ່ນທະເລ, ພະລັງງານທົດແທນ… ສອງຝ່າຍເຫັນດີຈັດກອງປະຊຸມຄັ້ງທີ III ຄະນະກຳມະການປະສົມ ຫວຽດນາມ - ກາຕາ; ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາ, ຂໍ້ຕົກລົງຮ່ວມມືສອງຝ່າຍເພື່ອສ້າງກອບນິຕິກຳໃນການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດໃຫ້ສົມບູນແບບ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ກາຕາ Mohammed bin Hamad bin Qassim Al Abdullah Al Thani.

        ງອກແທກ - ຕວັນຫງວຽນ ນັກຂ່າວ VOV ປະຈຳ ອີຢິບ.

ຕອບກັບ

ຂ່າວ/ບົດ​ອື່ນ