ຊຸກຍູ້ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງຫວຽດນາມ-ສ.ເຊັກໂກ ໃຫ້ຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການໃນລະຫວ່າງວັນທີ 16 – 18 ເມສາ.

ຊຸກຍູ້ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງຫວຽດນາມ-ສ.ເຊັກໂກ ໃຫ້ຂຶ້ນສູ່ລະດັບສູງໃໝ່ - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາ

(ພາບປະກອບ: VGP)

ເມື່ອຕອບສະພາດຕໍ່ສື່ມວນຊົນກ່ອນການຢ້ຽມຢາມ, ທ່ານ Milos Kusy, ປະທານສະມາຄົມມິດຕະພາບສ.ເຊັກໂກ - ຫວຽດນາມ ໃຫ້ຮູ້ວ່າ:  ຫາງສຽງສ.ເຊັກໂກ ໄດ້ຊົມເຊີຍການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ຕາມທ່ານ Milos Kusy ແລ້ວ, ຄາດວ່າ ໜຶ່ງໃນບັນດາເນື້ອໃນທີ່ໄດ້ນຳມາປຶກສາຫາລືລະຫວ່າງການນຳຂອງ 2 ຝ່າຍໃນຄັ້ງນີ້ແມ່ນຍູ້ແຮງການອອກວີຊາໃຫ້ປະຊາຊົນ 2 ປະເທດ ເພື່ອສ້າງຄວາມສະດວກໃນການເຄື່ອນໄຫວດ້ານການທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດ, ການຄ້າ.

        ເວັບໄຊ Parlamentnilisty.cz ຂອງລັດຖະສະພາສ.ເຊັກໂກ ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ຄວາມສາມາດບົ່ມຊ້ອນຊຸກຍູ້ການຮ່ວມມືລະຫວ່າງສ.ເຊັກໂກ ແລະ ຫວຽດນາມ”, ໃນນັ້ນໄດ້ເນັ້ນໜັກວ່າ, ການຢ້ຽມຢາມສ.ເຊັກໂກ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ແມ່ນໂອກາດເພື່ອໃຫ້ 2 ຝ່າຍແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການຮ່ວມມື 2 ຝ່າຍໃນຫຼາຍຂົງເຂດ, ພິເສດແມ່ນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ, ສົ່ງຄົນງານໄປເຮັດວຽກຢູ່ສ.ເຊັກໂກ; ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

        ແລະກໍ່ເນື່ອງໃນໂອກາດນີ້, ທ່ານ ຕ້າມິງຮ່ວາງ, ຫົວໜ້າກົມຕະຫຼາດເອີລົບ - ອາເມລິກາ, ກະຊວງອຸດສາຫະກຳການຄ້າຫວຽດນາມ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້ ການຮ່ວມມືດ້ານການຄ້າ 2 ສົ້ນລະຫວ່າງຫວຽດນາມ - ສ.ເຊັກໂກ ບັນລຸລະດັບເຕີບໂຕປະມານ 10%. ປີ 2018, ວົງເງິນຂາອອກຂາເຂົ້າລະຫວ່າງ 2 ປະເທດໄດ້ເພີ່ມຂຶ້ນເກືອບ 16% ເມື່ອທຽບໃສ່ປີ 2017, ບັນລຸລະດັບ 298 ລ້ານ USD. ໄລ່ສະເພາະໄຕມາດທີ 1 ປີ 2019, ຍອດວົງເງິນ ຂາອອກຂາເຂົ້າລະຫວ່າງຫວຽດນາມ ແລະ ສ.ເຊັກໂກ ບັນລຸລະດັບ 64,6 ລ້ານ USD. ດ້ວຍມູນຄ່າແລກປ່ຽນການຄ້າຄືແນວນັ້ນ, ປະຈຸບັນ, ສ.ເຊັກໂກ ແມ່ນໜຶ່ງໃນບັນດາຄູ່ຄ້າສຳຄັນທີ່ສຸດຂອງຫວຽດນາມ ໃນພາກພື້ນເອີລົບກາງ ແລະ ເອີລົບຕາເວັນອອກ.

        ໃນກອງປະຊຸມຄັ້ງທີ 6 ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ສ.ເຊັກໂກ ກ່ຽວກັບການຮ່ວມມືດ້ານເສດຖະກິດ ເມື່ອເດືອນ ເມສາ 2018 ຢູ່ຮ່າໂນ້ຍ, ສ.ເຊັກໂກ ໄດ້ຈັດຫວຽດນາມ ເຂົ້າບັນຊີລາຍຊື່ 12 ປະເທດຕະຫຼາດຫຼັກແຫຼ່ງ, ໃຫ້ບຸລິມະສິດດ້ານການຄ້າຕ່າງປະເທດ ໃນຍຸດທະສາດສາກົນໄລຍະ 2012 – 2020.

ຕອບກັບ

ຂ່າວ/ບົດ​ອື່ນ