ຊຸກຍູ້ການພົວພັນມິດຕະພາບປະຊາຊົນຫວຽດນາມ ແລະ ອາເມລິກາ

   ຊຸກຍູ້ການພົວພັນມິດຕະພາບປະຊາຊົນຫວຽດນາມ ແລະ ອາເມລິກາ - ảnh 1
ຜູ້ຕາງໜ້າສະມາຄົມ​ຫວຽດນາມ- ອາ​ເມ​ລິ​ກາ 
ແລະ ອົງການ​ຂໍ້​ລິ​ເລີ່​ມ​ແຫ່ງ​ຫົວ​ໃຈ​ຂອງ​ຜູ້​ເປັນ​ນັກຮົບອາ​ເມ​ລິ​ກາ ຖ່າຍຮູບເປັນທີ່ລະນຶກເມື່ອເດືອນ 1/2013

(Vovworld-) ວັນ​ທີ 19/9, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງປະທານສະມາຄົມ​ຫວຽດນາມ- ອາ​ເມ​ລິ​ກາ ບຸ​ຍ​ເທ້ຢາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ອົງການ​ຂໍ້​ລິ​ເລີ່​ມ​ແຫ່ງ​ຫົວ​ໃຈ​ຂອງ​ຜູ້​ເປັນ​ນັກຮົບອາ​ເມ​ລິ​ກາ ຊຶ່ງ​ລວມມີ​ສະມາຊິກ 11 ຄົນ ​ໂດຍ​ທ່ານ Edward Tick ປະທານ​ອົງການ​ດັ່ງກ່າວ​ນຳ​ໜ້າ ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ​ຫວຽດນາມ​ແຕ່​ວັນ​ທີ 5-26/9/2013. ທີ່​ການ​ຕ້ອນຮັບ, ທ່ານ​ຮອງປະທານສະມາຄົມ​ຫວຽດນາມ- ອາ​ເມ​ລິ​ກາ ບຸ​ຍ​ເທ້ຢາງ ປາດ​ຖະໜາ​ວ່າ ການ​ມາ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ ຈະ​ຊ່ວຍ​ ຄະນະ​ຜູ້​ແທນ​ອົງການ​ຂໍ້​ລິ​ເລີ່​ມ​ແຫ່ງ​ຫົວ​ໃຈ​ຂອງ​ຜູ້​ເປັນ​ນັກຮົບອາ​ເມ​ລິ​ກາ ​ເພີ່​ມຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ, ປະ​ເທດຊາດ , ປະຊາຊົນ ​ແລະ ສະພາບ​ການ​ຫວຽດນາມ, ປະກອບສ່ວນຢ່າງ​ຕັ້ງໜ້າ​ເຂົ້າ​​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ສ່ວນ​ທ່ານ Edward Tick ປະທານ​​ອົງການ​  ຂໍ້​ລິ​ເລີ່​ມ​ແຫ່ງ​ຫົວ​ໃຈ​ຂອງ​ຜູ້​ເປັນ​ນັກຮົບອາ​ເມ​ລິ​ກາ ​ໄດ້​ແຈ້ງ​ໃຫ້​ຊາບ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ຫວຽດນາມ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ຂໍ້​ລິ​ເລີ່​ມ​, ຈັດ​ຕັ້ງ​ການ​ພົບ​ປະ​ແລກປ່ຽນວັດທະນະທຳ, ປະກອບສ່ວນ​ເພີ່ມ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ​ເວົ້າ​ລວ​ມ ກໍ​ຄື​ຮຳບາດ​ແຜ​ສົງຄາມ ​ແລ​ະ​ໄກ່​ເກ່ຍລະຫວ່່າງອະດີດ​ນັກຮົບ​ຂອງ 2 ປະ​ເທດ​ເວົ້າ​ສະ​ເພາະ...

ຂ່າວ/ບົດ​ອື່ນ