ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສ.ເຊັກໂກ ໃຫ້ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກ່ວາ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສ.ເຊັກໂກ ແຕ່ວັນທີ 22 ຫາວັນທີ 24 ຕຸລາ. ວັນທີ 23 ຕຸລາ, ທ່ານ ເຈິ່ນກວ໊ກເວື້ອງ,  ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີບັນດາການພົບປະ ແລະ ເຮັດວຽກກັບການນຳຂອງ ເຊັກໂກ ເພື່ອແນໃສ່ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ສ.ເຊັກໂກ ໃຫ້ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກ່ວາ.
ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສ.ເຊັກໂກ ໃຫ້ແທດຈິງ, ມີປະສິດທິຜົນ ແລະ ເລິກເຊິ່ງກ່ວາ - ảnh 1 ທ່ານ ເຈິ່ນກວ໊ກເວື້ອງ,  ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ (ພາບ: TTXVN)

        ທີ່ການເຮັດວຽກກັບທ່ານ Jan Hamacek ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງທັງເປັນລັດຖະມົນຕີກະຊວງພາຍໃນ ເຊັກໂກ ພ້ອມທັງເປັນປະທານພັກປະຊາທິປະໄຕສັງຄົມ (CSSD), ທ່ານ ເຈິ່ນກວ໊ກເວື້ອງ ໄດ້ຂອບໃຈລັດຖະບານ ເຊັກໂກ ທີ່ໄດ້ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ເຊັກໂກ ໃນວິວັດການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນ, ພ້ອມທັງສະເໜີໃຫ້ ສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຂອງພົນລະເມືອງ 2 ປະເທດ ແນໃສ່ຊຸກຍູ້ການພັດທະນາການທ່ອງທ່ຽວ, ພົວພັນແລກປ່ຽນປະຊາຊົນ ກໍ່ຄືການແລກປ່ຽນການຄ້າລະຫວ່າງ 2 ປະເທດ.

        ທີ່ການເຮັດວຽກກັບທ່ານ Karel Havlicek ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເຊັກໂກ, 2 ຝ່າຍໄດ້ແລກປ່ຽນ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃນບັນດາຂົງເຂດເສດຖະກິດ - ການຄ້າ, ບຳລຸງສ້າງ ແລະ ຊື້ພາຫະນະອຸປະກອນປ້ອງກັນຊາດ.

        ທີ່ບັນດາການພົບປະ ແລະ ແລກປ່ຽນກັບທ່ານ Vojtech Filip ປະທານພັກກອມມູນິດ ເຊັກໂກ - ໂມຣາວາ (KSCM) ກໍ່ຄືພົບປະເຈລະຈາກັບການນຳພັກ KSCM, 2 ຝ່າຍໄດ້ປຶກສາຫາລືບັນດາມາດຕະການລະອຽດ ແນໃສ່ເພີ່ມທະວີການພົວພັນລະຫວ່າງ 2 ປະເທດ, ໃນນັ້ນ ມີການຮ່ວມມືກ່ຽວກັບຊ່ອງທາງພັກຢ່າງມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ