ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອີ​ຣານ​ໃນ​ທຸກ​ຂົງ​ເຂດ

(VOVWORLD) -ກ່ຽວກັບບັນຫານິວເຄຼຍ ອີຣານ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ສະແດງການສະໜັບສະໜູນຕໍ່ເລື່ອງຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ, ພ້ອມທັງເຄົາລົບສິດ ຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍເພື່ອເປົ້າໝາຍສັນຕິພາບ, ເໝາະສົມກັບບັນດາພັນທະຕາມສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ.
ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອີ​ຣານ​ໃນ​ທຸກ​ຂົງ​ເຂດ - ảnh 1ທ່ານ Ali Nikzad,  ຮອງປະທານຜູ້ທີໜຶ່ງຂອງສະພາແຫ່ງຊາດ ອີຣານ ແລະ ທ່ານ ພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ (ພາບ: cand.vn)

ໂດຍໄດ້ຮັບຄຳເຊື້ອເຊີນຂອງສະພາແຫ່ງຊາດ ອີຣານ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ພົນໂທ ເຈິ່ນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອີຣານ ໃນລະຫວ່າງວັນທີ 2 – 6 ທັນວາ.

ໃນ ວັນທີ 2 ແລະ 3 ທັນວາ, ຄະນະໄດ້ມີການເຄື່ອນໄຫວພົບປະສອງຝ່າຍ, ໃນນັ້ນມີການພົບປະສົນທະນາກັບທ່ານ Ali Nikzad,  ຮອງປະທານຜູ້ທີໜຶ່ງຂອງສະພາແຫ່ງຊາດ ອີຣານ. ທີ່ການພົບປະສົນທະນາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ໄດ້ສະເໜີໃຫ້ສອງຝ່າຍຍູ້ແຮງການເຄື່ອນໄຫວພົບປະແລກປ່ຽນລະຫວ່າງບັນດາສະມາຊິກສະພາແຫ່ງຊາດ.

ກ່ຽວກັບບັນຫານິວເຄຼຍ ອີຣານ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ສະແດງການສະໜັບສະໜູນຕໍ່ເລື່ອງຫຼຸດຜ່ອນອາວຸດລ້າງຜານ, ໃນນັ້ນມີອາວຸດນິວເຄຼຍ, ພ້ອມທັງເຄົາລົບສິດ ຂອງບັນດາປະເທດນຳໃຊ້ພະລັງງານນິວເຄຼຍເພື່ອເປົ້າໝາຍສັນຕິພາບ, ເໝາະສົມກັບບັນດາພັນທະຕາມສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ