ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຝະລັ່ງ ​ແລະ ຫວຽດນາມ

ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຝະລັ່ງ ​ແລະ ຫວຽດນາມ - ảnh 1
ປະທານາທິບໍດີຝະລັ່ງ ຄົນໃໝ່

(ພາບ:ອິນ​ເຕີ​ແນັດ)

( vovworld ) –  ​ເມື່ອຕອບ​ສຳພາດຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ປະຈຳ​ປາຣີ ພາຍຫຼັງ​ການ​ເລືອກ​ຕັ້ງປະທານາທິບໍດີ​ຝະລັ່ງ, ທ່ານ Claude Blanchemaison ອະດີດ​ເອກ​ອັກຄະ​ລັດຖະທູດ​ຝະລັ່ງ ປະຈຳ​ຫວຽດນາມ ​ໄລຍະ 1989-1993 ​ໃນ​ສະ​ໄໝ​ອະດີ​ດ​​ປະທານາທິບໍ​ດີ​ Francois Mitterand, ປະຈຸ​ບັນ​ແມ່ນ​ຜູ້ຕາງໜ້າ​ຝະລັ່ງ ປະຈຳ​ສະຫະ​ສະມາຄົມ​ອາຊີ-​ເອີ​ລົບ ສະ​ແດງ​ຄວາມ ​ເຊື່ອໝັ້ນວ່າ: “ລັດຖະບານ​ຂອງ​​ປະທານາທິບໍ​ດີ​ Francois Hollande ຈະມີ​ບັນດາ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຝະລັ່ງ ກັບ​ຫວຽດນາມ ​ເວົ້າສະ​ເພາະ ​ແລະ ​ໃນ​ຂອບ​ເຂດຮ່ວມ​ມື​ອາຊີ-​ເອີ​ລົບ ​ເວົ້າລວມ“. ທ່ານ ​ໃຫ້​ຂໍ້​ສັງ​ເກດວ່າ:

    “ຂ້າພະ​ເຈົ້າຖື​ວ່າ: ການ​ເອົາ​ໃຈ​ໃສ່​ເຖິງ​ພາກ​ພື້ນ​ອາຊີ ​​ໂດຍ​ສະ​ເພາະ​ແມ່ນການ​ຊຸກຍູ້​ການ​ພົວພັນ​ລະຫວ່າງຝະລັ່ງ-ຫວຽດນາມ​ ​ແມ່ນ​ສຳຄັນທີ່​ສຸດ. ພິ​ເສດ, ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ມີ​ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ສູງ​ກ່ວາ​ໝູ່, ມີ​ຕະຫຼາດ​ແກ່​ງແຍ້​ງ. ບັນດາ​ນັກທຸລະກິດ​ຝະລັ່ງ ນັບ​ມື້​ນັບ​ໄດ້​ລົງທຶນ​ຫຼາຍເຂົ້າພາກ​ພື້ນ​ອາຊີ, ​ຄືຈີນ, ອິ​ນ ເດຍ ​ແລະ ບັນດາ​ປະ​ເທດອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​, ​ໂດຍ​ສະ​ເພາະ​ແມ່ນ​ຫວຽດນາມ. ຂ້າພະ​ເຈົ້າຄິດ​ວ່າ, ປະທານາທິບໍດີ​ຄົນ​ໃໝ່ ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຊຸກຍູ້​ການ​ພົວພັນ​ລະຫວ່າ​ງບັນດາ​ປະ​ເທດ​ເອີ​ລົບ ກັບ ອາ​ຊຽນ, ​ໃນ​ນັ້ນ, ຫວຽດນາມ ມີ​ທີ່​ຕັ້ງບົດບາດ​ສຳຄັນ“.

 

 

 


ຂ່າວ/ບົດ​ອື່ນ