ຊຸກຍູ້ການພົວພັນຮ່ວມມື ຮອບດ້ານລະຫວ່າງ ກອງທັບ 2 ປະເທດ ຫວຽດນາມ - ກຳປູເຈຍ

ຊຸກຍູ້ການພົວພັນຮ່ວມມື ຮອບດ້ານລະຫວ່າງ ກອງທັບ 2 ປະເທດ ຫວຽດນາມ - ກຳປູເຈຍ - ảnh 1
(ຄະນະ​ຜູ້​ແທນ​ຂັ້ນ​ສູງກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ
​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ)


(vovworld) – ຄະນະ​ຜູ້​ແທນ​ຂັ້ນ​ສູງກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ​ຫວຽດນາມ ​ໂດຍ​ພົນ​ໂທ ​ໂດ້ບ໋າ​ຕິ້, ຜູ້​ບັນຊາ​ການ​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ. ທີ່​ການ​​ເຈລະຈາ​​ເຊິ່ງດຳ​ເນີນ​ໃນວັນ​ທີ 16/06 ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງກອງ​ບັນຊາ​ການ​ກອງທັບ​ແຫ່ງ​ຊາດ​ກຳປູ​ເຈຍ ຢູ່​ນະຄອນ​ທະ​ເລ Preah Sihanouk, 2 ຝ່າຍ​ໄດ້​ແລກປ່ຽນຕີ​ລາຄາກ່ຽວ​ກັບ​ສະພາບ​ການ​ເມືອງ, ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຫວຽດນາມ ​ແລະ ພາກ​ພື້ນ​ເຊິ່ງຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ​​ພົນ​ໂທ ​ໂດ້ບ໋າ​ຕິ້ ​ເນັ້ນ​ໜັກ​ວ່າ ​ເລື່ອງ​ຈີນ ນຳ​ຮ້ານ​​ເຈາະ​ນ້ຳມັນ​ໄຮ່​ຢາງ 981 ​ເຂົ້າ​​ເຄື່ອນ​ໄຫວ​ຢູ່ເສດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​ແຕ່​ຕົ້ນ​ເດືອນ 05 ມາ​ຮອດ​ປະຈຸ​ບັນ ​ແມ່ນ​ການ​ກະທຳ​ບໍ່​ພຽງ​ແຕ່​ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢ່າງ​ຮ້າຍ​ແຮງ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ສິ່ງ​ທ້າ​ທາຍ​ທີ່​ໃຫຍ່​ຫຼວງ​ສຳລັບ​ສັນຕິພາບ, ຄວາມ​ສະຫງົບດ້ານ​ການ​ເມືອງ ​ແລະ ສະຖຽນ​ລະ​ພາບ​ຢູ່​ໃນ​ພາກ​ພື້ນ​ອີກ​ດ້ວຍ. ການ​ຜັນ​ແປ່​ດັ່ງກ່າວ​ນັບ​ມື້​ນັບ​ຢືນຢັນ​ຄວາມຈຳ​ເປັນ​ຕ້ອງ​ມີ​ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ລະຫວ່າງ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ການ​ຊຸກຍູ້​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ກະທຳ​ພຽງລຳພັງ​ຝ່າຍ​ດຽວ​ທີ່​ນາບ​ຂູ່​​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ