ຊຸກຍູ້ການພົວພັນຮ່ວມມືມິດຕະພາບຫວຽດນາມ - ອີຣານ

ຊຸກຍູ້ການພົວພັນຮ່ວມມືມິດຕະພາບຫວຽດນາມ - ອີຣານ - ảnh 1
ທ່ານ ​ເຈືອງ​ເຕິ໋ນຊາງ ແລະ ທ່ານ Hassan Rouhani
(ພາບ: Nguyễn Khang/TTXVN)

(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ Hassan Rouhani, ປະທານາທິບໍດີ​ແຫ່ງ ສ. ອິດສະລາມ ອີຣານ, ທ່ານ ​ເຈືອງ​ເຕິ໋ນຊາງ, ປະທານ​ປະ​ເທດ ​ແລະ ພັນ​ລະ​ຍາ ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ງ​ສູງ ຫວຽດນາມ​ ​ໄດ້​ໄປ​ຮອດ​ນະຄອນຫຼວງ Tehran, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ສ.ອິດສະ​ລາມ​ອີຣານ ​ໃນ​ລະຫວ່າງ​ວັນ​ທີ 13-16/3. ທີ່​ການ​ເຈລະຈາ​ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ ​ເຈືອງ​ເຕິ໋ນຊາງ, ປະທານ​ປະ​ເທດຫວຽ​ດນາມ ​ແລະ ທ່ານປະທານາທິບໍດີ​ ​ອີຣານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ ​ແລະ ການ​ພົບ​ປະລະ​ຫວ່າງ​ສອງ​ປະ​ເທດ. ການ​ນຳ​ທັງ​ສອງ​ທ່ານ​ກໍ່​ເຫັນ​ດີ​ແບ່ງປັນ​ຫຼັກ​ໝັ້ນ​ ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ; ສົມທົບ​ກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ສະໜັບສະໜູນ​ບັນດາ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ກັນ​ໃນ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ​ສະຫະ​ປະຊາ​ຊາດ. ສອງ​ຝ່າຍ​ກໍ່​ເຫັນ​ດີ​ຍູ້​​ແຮງການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ບັນລຸ​ລະດັບ 2 ຕື້ USD ​ໃນ 5 ປີ​ຈະ​ມາ​ເຖິງ. ສອງ​ຝ່າຍ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ​ແລະ ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ.

ທ່ານ​ປະທານ​ປະ​ເທດ ​ເຈ​ືອງ​ເຕິ໋ນຊາງ ​ແລະ ປະທານາທິບໍດີ ອີຣານ ​ໄດ້​ເຫັນ​ດີຄວນ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຮັບປະກັນ​ສະຖຽນ​ລະ​ພາບ, ສັນຕິພາບ​ຢູ່​ພາກ​ພື້ນ​ຕ່າງໆ ​ແລະ ຢູ່ໃນ​ໂລກ, ພ້ອມ​ທັງ​ຢືນຢັນ​ວ່າ, ການ​ຂັດ​ແຍ່ງ​ກັນທັງ​ໝົດ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

ກ່າວ​ຄວາມ​ເຫັນ​ພາຍ​ຫຼັງ​ການ​ປະຊຸມ​ຂ່າວ, ທ່ານ​ປະທານ​ປະ​ເທດ

​ເຈ​ືອງ​ເຕິ໋ນຊາງ ຢືນຢັນ​ວ່າ:

        “ການ​ນຳ​ສອງ​ປະ​ເທດ​ໄດ້​ມີ​ຄວາມ​ເຫັນ​ດີ​ເປັນ​ເອກະສັນ​ສູງ​ ນັ້ນແມ່ນ​ຄວນ​ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ, ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ໃຫ້​ບັນລຸ 2 ຕື້ USD ​ໃນ 5 ປີ​ຈະ​ມາ​ເຖິງ. ພວກ​ຂ້າພະ​ເຈົ້າ​ກໍ່​ເຫັນ​ດີ​ເປັນ​ເອກະ​ພາບ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ລົງທຶນ​ໃນ​ບັນດາ​ຂົງ​ເຂດ​ເຊິ່ງສອງ​ຝ່າຍ​ມີ​ທ່າ​ແຮງ. ພວກ​ຂ້າພະ​ເຈົ້າ​ກໍ່​ແບ່ງປັນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື​ດ້ານ​ວັດທະນະທຳ, ການ​ສຶກສາ ​ແລະ ການ​ແລກປ່ຽນ​ປະຊາຊົນ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ການ​ຮ່ວມ​ມື​ມິດຕະພາບທີ່​ເປັນ​ມູນ​ເຊື້ອ ພ້ອມ​ກັບ​ຄວາມ​ຕັດສິນ​ໃຈ​ສູງ​ຂອງ​ການ​ນຳ​ສອງ​ປະ​ເທດ ຈະ​​ເປັນ​ທ່າ​ແຮງ, ​ເປັນ​ກຳລັງ​ໜູນ​ໃໝ່​ເພື່ອ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ລະຫວ່າງ​ຫວຽດນາມ - ອີຣານ“


ຂ່າວ/ບົດ​ອື່ນ