ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫລວດຫວຽດນາມແລະກະຊວງພາຍໃນສິງກະໂປເຂົ້າສູ່ລວງເລິກ

ຊຸກຍູ້ການພົວພັນຮ່ວມມືລະຫວ່າງກະຊວງຕຳຫລວດຫວຽດນາມແລະກະຊວງພາຍໃນສິງກະໂປເຂົ້າສູ່ລວງເລິກ - ảnh 1
ພົນ​ເອກ ເຈີນ​ດ້າຍກວາງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູ​ງ
ກະ​ຊວງ​ພາຍ​ໃນ​ສິງ​ກະ​ໂປ
ພາບ:anninhthudo

(vovworld)-  ວັນ​ທີ 9/11, ຢູ່ ຮ່າ​ໂນ້ຍ, ພົນ​ເອກ ເຈີນ​ດ້າຍກວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຕຳ​ຫລວດ​ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູ​ງ ກະ​ຊວງ​ພາຍ​ໃນ​ສິງ​ກະ​ໂປ ໂດຍ​ທ່ານ Leo Yip, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ຜູ້​ປະ​ຈຳກະ​ຊວງພາຍ​ໃນ ສິງ​ກະ​ໂປ ນຳ​ຫນ້າ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສອງ​ຝ່າຍ​ຂັ້ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ຜູ້​ປະ​ຈຳ​​ການຄັ້ງ​ທີ 8 ລະ​ຫວ່າງ ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ແລະ ກະ​ຊວງ​ພາຍ​ໃນ ສິງ​ກະ​ໂປ. ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ຂອບ​ອົກ​ຂອບ​ໃຈ ກະ​ຊວງ​ພາຍ​ໃນ ສິງ​ກະ​ໂປ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ຮ່ວມ​ມື​ກັບ​ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ໃນ​ຫລາຍ​ດ້ານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ ແມ່ນ​ການ​ບຳ​ລຸງ​ສ້າງຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຂອງພະ​ນັກ​ງານ. ທ່ານ​ລັດ​ຖະ​ມົນ​ຕີ ເຈີນ​ດ້າຍກວາງ ເນັ້ນ​ຫນັກ​ວ່າ ໄລ​ຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ຄວນ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​, ຕ້ານ​ອາດ​ຊະ​ຍາ​ກຳ, ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ໃຫ້​ພົນ​ລະ​ເມືອງ​ສອງ​ປະ​ເທດ​ພວມ​ດຳ​ລົງ​ຊີ​ວິດ,ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່​ແຕ່​ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ