ຊຸກຍູ້ການພົວພັນຮ່ວມມືລະຫວ່າງວິທະຍຸກະຈາຍສຽງ ຫວຽດນາມ ແລະ ກຸ່ມບໍລິສັດສື່ສານ DW

(VOVWORLD) - ທີ່ການປະຕິບັດງານຢູ່ ສາທາລະນະລັດ ສະຫະພັນ ເຢຍລະມັນ, ວັນທີ 30 ມິຖຸນາ, ທ່ານ ຫງວຽນເທ໋ກີ້, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ພົບປະ ແລະ ເຮັດວຽກກັບທ່ານ Peter Limbourg, ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດສື່ສານ DW ທີ່ສຳນັກງານຢູ່ ແບກແລງ.

ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນເທ໋ກີ້ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງສອງອົງການໃນໄລຍະຈະມາເຖິງ. ຜູ້ອຳນວຍການໃຫຍ່ VOV ຫງວຽນເທ໋ກີ້ ໃຫ້ຮູ້ວ່າ:

        “ໃນການຢ້ຽມຢາມຄັ້ງນີ້, ການນຳ VOV ແລະ DW ໄດ້ປຶກສາຫາລືນຳກັນ, ທີໜຶ່ງແມ່ນ, ສອງຝ່າຍຈະຊອກຫາວິທີເພື່ອຊຸກຍູ້ການບຳລຸງສ້າງພະນັກງານ. ນີ້ແມ່ນຄວາມຕ້ອງການຂອງ VOV, ພິເສດແມ່ນການບຳລຸງສ້າງດ້ານທັກສະ, ວິຊາຊີບ, ກ່ຽວກັບສື່ສານແບບໃໝ່. ທີສອງ, ແມ່ນຊຸກຍູ້ການຮ່ວມມື, ຜະລິດບັນດາລາຍການເຊິ່ງ 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນກ່ຽວກັບເນື້ອໃນ, ຕົວຢ່າງຄືລາຍການແນະນຳປະເທດ ເຢຍລະມັນ ຫຼື ປະເທດ ຫວຽດນາມ ໃນວິວັດການແຫ່ງການປ່ຽນໃໝ່, ພັດທະນາ ຫຼື ບັນດາລາຍການກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາວັດທະນະທຳ, ການຄ້ຳປະກັນສະບຽນອາຫານ ຫຼື ບັນດາບັນຫາອື່ນໆກ່ຽວກັບວັດທະນະທຳ”

        ສອງຝ່າຍໄດ້ສະເໜີຈະສົ່ງນັກຊ່ຽວຊານ ເຢຍລະມັນ ມາບຳລຸງສ້າງໃຫ້ບັນດານັກຂ່າວ, ບັນນາທິການ, ນັກເຕັກນິກຂອງ VOV ແລະ ພ້ອມກັນຜະລິດບັນດາລາຍການກະຈາຍສຽງ, ໂທລະພາບມີຄຸນນະພາບສູງເພື່ອອອກອາກາດ ກໍ່ຄືຜ່ານນັ້ນບຳລຸງສ້າງບັນດາທັກສະ, ວິທີເຮັດໃໝ່ໃຫ້ນັກຂ່າວ, ບັນນາທິການ, ນັກເຕັກນິກ ຫວຽດນາມ.  ທ່ານຫງວຽນເທ໋ກີ້ ກໍ່ຍົກອອກຂໍ້ສະເໜີ 2 ຝ່າຍຄົ້ນຄ້ວາເພື່ອເປີດອົງການຕາງໜ້າຂອງ DW ປະຈຳ ຮ່າໂນ້ຍ ກໍ່ຄືອົງການຕາງໜ້າຂອງ VOV ປະຈຳ ເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ