ຊຸກຍູ້ການພົວພັນຮ່ວມມືຫວຽດນາມ-ກຳປູເຈຍ
(vovworld) - ຕອນເຊົ້າວັນທີ 26/10, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການເຮັດວຽກກັບທ່ານນາຍົກລັດຖະມົນຕີແຫ່ງລາຊະອານາຈັກ Samdech Techo Hun Sen ຢູ່ສູນກອງປະຊຸມແຫ່ງຊາດ. 2 ຝ່າຍໄດ້ແລກປ່ຽນບັນດາເນື້ອໃນໃຫຍ່ທີ່ແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງຫວຽດນາມ - ກຳປູເຈຍ ໃນຂອບເຂດ 2 ຝ່າຍ ແລະ ພາກພື້ນ; ປຶກສາຫາລື ເນື້ອໃນຕ່າງໆເພື່ອແນໃສ່ຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ຝ່າຍ; ເຫັນດີວາງອອກບາງການກຳນົດທິດເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີ ມອບໝາຍໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ຂອງ 2 ຝ່າຍ ສືບຕໍ່ສົມທົບກັນຜັນຂະຫຍາຍການປະຕິບັດ ເພື່ອຊຸກຍູ້ການຮ່ວມມືໃນວຽກງານລົງທຶນ, ການຄ້າ, ກະສິກຳ ແລະ ບັນດາຂົງເຂດເສດຖະກິດອື່ນໆໃຫ້ດີກວ່າອີກ.