ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະອີຢິບ

ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງຫວຽດນາມແລະອີຢິບ - ảnh 1
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່າວ​ແທ່ງ​ຈູງ
(ພາບ: Nguyễn Tùng/TTXVN)

(vovworld) – ​​​ເມື່ອ​ຕ​ອບ​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ລ​ະ​ດູ​ບານ​ໃໝ່ ປີ​ມະ​ແມ 2015 (ບຸນ​ເຕັດ), ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ ດ່​າວ​ແທ່ງ​ຈູງ ໃຫ້​ຮູ້​ວ່າ: ປີ 2014 ຜ່ານ​ມາ, ເຖິງວ່າ​ສະ​ພາບ​ການ​ຢູ່​ພາກ​ພື້ນ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ ແລະ ກາຍ​ເປັນ​ຈຸດ​ຮ້ອຍ​ເຮັ່ງ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ໂລກກໍ່​ຕາມ, ແຕ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ ໄດ້​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ທຸກໆ​ຄວາມ​ຫຍຸ້ງ​ຍາກ ແລະ ບັນ​ລຸ​ໄດ້​ບັນ​ດາ​​ຜົນງານ​ຮອບ​ດ້ານ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ 2 ປະ​ເທດ. ໃນ​ປີ 2015, ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດ່າວ​ແທ່ງ​ຈູງ​ ແລ້ວ, ອົງ​ການ​ຕາງ​ໜ້າ​ການ​ທູດ ຫວຽດ​ນາມ ປະ​ຈຳ ອີ​ຢິບ ໄດ້ເສີມ​ຂະ​ຫຍາຍ​ບັນ​ດາ​​ຜົນງານ​ທີ່​ບັ​ນ​ລຸ​ໄດ້​ດ້ວຍ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າເພື່ອ​ແນ​ໃສ່​ເຮັດ​ໃຫ້​ການ​ພົ​ວ​ພັນມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ງານ​ລວມ​ສະ​ເຫຼີມ​ສະຫຼອງ​ບັນ​ດາ​ວັນ​ບຸນ​ໃໝ່​ຂອງ​ປະ​ເທດ​ຊາດ. ໃນ​ນັ້ນ, ວຽກ​ງານ​​ການ​ທູດເສດ​ຖະ​ກິດ​ຈະ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ດ້ວຍ​​ຄາດ​ໝາຍ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ຂຶ້ນ​ລະ​ດັບ 450 ລ້ານ USD.


ຂ່າວ/ບົດ​ອື່ນ