ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ

(VOVWORLD) -ການຢ້ຽມຢາມມີຄວາມໝາຍສຳຄັນໃນຫຼາຍດ້ານ. ກ່ຽວກັບບັນດາຂົງເຂດຮ່ວມມືໄດ້ຮັບຄວາມຫວັງຫຼາຍທີ່ສຸດໃນການຢ້ຽມຢາມຄັ້ງນີ້
ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ້
(ພາບ: TTXVN)

        ໂດຍຮັບຄຳເຊີນຂອງທ່ານນາຍົດລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Techo Hun Sen, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຈະເດີນທາງໄປຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການໃນລະຫວ່າງວັນທີ 08 – 13 ພະຈິກ.

        ເມື່ອຕອບສຳພາດຂອງນັກຂ່າວ VOV ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ກຳປູເຈຍ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃນຄັ້ງນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ້ ຢືນຢັນວ່າ, ການຢ້ຽມຢາມມີຄວາມໝາຍສຳຄັນໃນຫຼາຍດ້ານ. ກ່ຽວກັບບັນດາຂົງເຂດຮ່ວມມືໄດ້ຮັບຄວາມຫວັງຫຼາຍທີ່ສຸດໃນການຢ້ຽມຢາມຄັ້ງນີ້, ທ່ານຮອງລັດຖະມົນຕີ ຫງວຽນມິນຫວູ້, ໃຫ້ຮູ້ວ່າ:

        “ຂົງເຂດເສດຖະກິດ - ການຄ້າ - ການລົງທຶນ ແມ່ນຈຸດສຸມໃນການພົວພັນລະຫວ່າງ 2 ປະເທດ ຈະແມ່ນຈຸດຫຼັກໃນການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ. ໃນໄລຍະຜ່ານມາ, ຂົງເຂດນີ້ໄດ້ພັດທະນາຢ່າງກະໂດດຂັ້ນ, ວົງເງິນການຄ້າ 2 ສົ້ນ ອາດຈະລື່ນກາຍຕົວເລກ 10 ຕື້ USD ໃນປີ 2022. ການລົງທຶນຂອງ ຫວຽດນາມ ຢູ່ ກຳປູເຈຍ ສືບຕໍ່ຢືນອັນດັບທີ 1 ໃນ ອາຊຽນ, ບັນລຸເກືອບ 3 ຕື້ USD. ໃນການຢ້ຽມຢາມຄັ້ງນີ້, ການນຳ 2 ຝ່າຍຈະແລກປ່ຽນບັນດາມາດຕະການ ເພື່ອເພີ່ມທະວີການເຊື່ອມຕໍ່ 2 ພື້ນຖານເສດຖະກິດ, ສືບຕໍ່ຊຸກຍູ້ການລົງທຶນ ແລະ ການຄ້າ 2 ຝ່າຍ.”

ຕອບກັບ

ຂ່າວ/ບົດ​ອື່ນ