ຊຸກຍູ້ການຫັນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ

(VOVWORLD) - ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ທ່ານຮອງລັດຖະມົນຕີ Komura Masahiro ແລະ ກະຊວງການຕ່າງປະເທດ ຍີ່ປຸ່ນ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຫັນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ
ຊຸກຍູ້ການຫັນຂອບເຂດຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານ Komura Masahiro, ສະມາຊິກສະພາຕ່ຳ, ຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ
(ພາບ: ກວາງຮ່ວາ)

        ຕອນບ່າຍວັນທີ 12 ມີນາ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ຕ້ອນຮັບທ່ານ Komura Masahiro, ສະມາຊິກສະພາຕ່ຳ, ຮອງລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ, ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 10 – 13 ມີນາ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ທ່ານຮອງລັດຖະມົນຕີ Komura Masahiro ແລະ ກະຊວງການຕ່າງປະເທດ ຍີ່ປຸ່ນ ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ການຫັນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຍີ່ປຸ່ນ ເປັນລະອຽດ ແລະ ຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳ 2 ປະເທດ; ເພີ່ມທະວີການພົວພັນແລກປ່ຽນໃນທຸກຊ່ອງທາງ; ສະເໜີໃຫ້ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ; ສະໜອງທຶນຊ່ວຍເຫຼືອພັດທະນາເປັນທາງການ (ODA) ລຸ້ນໃໝ່ໃຫ້ແກ່ບັນດາໂຄງການພັດທະນາພື້ນຖານໂຄງລ່າງຍຸດທະສາດຂອບຂະໜາດໃຫຍ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ, ສາທາລະນະສຸກ…

        ສ່ວນທ່ານ Komura Masahiro ໃຫ້ຮູ້ວ່າ, ວິສາຫະກິດ ຍີ່ປຸນ ສົນໃຈພິເສດເຖິງການເປີດກວ້າງການລົງທຶນຢູ່ ຫວຽດນາມ; ສະເໜີໃຫ້ລັດຖະບານ ຫວຽດນາມ ຊຸກຍູ້ການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ