ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງ ກວາງຈີ້ ແລະ ສາລາວັນ

ຊຸກຍູ້ການຮ່ວມມື ຮອບດ້ານລະຫວ່າງ ກວາງຈີ້ ແລະ ສາລາວັນ - ảnh 1
ພິທີເປີດສະຫຼອງຫຼັກໝາຍເລກທີ 638
(ພາບ: Hồ Cầu/TTXVN)

(vovworld) –  ວັນ​ທີ 7/4, ຢູ່​ແຂວງ ກວາງ​ຈີ້​ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ການ​ນຳ​ແຂວງ ກວາງ​ຈີ້ ​(ຫວຽດນາມ) ​ແລະ ສາລາ​ວັນ (ລາວ), ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ຂອງ​ການ​ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2011 – 2013. ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ແຂວງ ກວາງ​ຈີ້ ​ແລະ ສາລາ​ວັນ ລົງ​ນາມ​ເມື່ອ​ປີ 2011 ​ໄດ້​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ອົງ​ການ, ຄະນະ, ຂະ​ແໜງ​ການ, ທ້ອງ​ຖີ່​ນຂອງ 2 ຝ່າຍສົ່ງ​ເສີມ​ບັນດາ​ການ​ພົວພັນ​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ທຸກ​ດ້ານ​ຄື: ການ​ສຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ຄ້າ, ການ​ລົງທຶນ.​.​​. ຜ່ານ​ວິວັດ​ການ​ປະຕິບັດ​ຂໍ້ຕົກລົງ​ຮ່ວມ​ມືນັ້ນ ໄດ້​ບັນລຸ​​ໝາກຜົນດີ​ຫຼາຍ​ຢ່າງ​ຄື: ປະຕິບັດ​ການ​ແຮ​ກສ່ຽວ 9/9 ຄູ່​ບ້ານ​ຢູ່​ເຂດ​ຊາຍ​ແດນ ກວາງ​ຈີ້ - ສາລາ​ວັນ ສຳ​ເລັດ​ຜົນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​​ໃນ​ພື້ນ​ທີ່​ຕົວ​ຈິງສຳເລດ 31/33 ຫຼັກ. ​ເມື່ອ​ສິ້ນ​ສຸດ​ການ​ເຈລະຈາ, 2 ຝ່າຍ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ໄລຍະ 2014 – 2016 ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ວັດທະນະທຳ - ການ​ສຶກສາ. ຕາມ​ນັ້ນ​​ແລ້ວ, ການ​ນຳ 2 ​ແຂວງ ຢືນຢັນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ປັບປຸງ ​ແລະ ພັດທະນາ​ສາຍ​ພົວພັນ​ອັນ​ດີ​ງາມ​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນດ້ານ​​ເສດຖະກິດ​, ການ​ຄ້າ, ການ​ລົງ​ທຶນ.


ຂ່າວ/ບົດ​ອື່ນ