ຊຸກຍູ້ການຮ່ວມມືຊາວໜຸ່ມ 2 ປະເທດຫວຽດນາມ - ຈີນ

(VOVWORLD) -ວັນທີ 13 ສິງຫາ, ຄະນະຜູ້ແທນຂອງຄະນະຊາວໜຸ່ມກອມມູນິດຈີນ, ດ້ວຍຜູ້ແທນ 96 ຄົນ ໄດ້ເດີນທາງມາຮອດຫວຽດນາມ ແລະ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບຊາວໜຸ່ມຫວຽດນາມ - ຈີນ ຄັ້ງທີ 18.

ຊຸກຍູ້ການຮ່ວມມືຊາວໜຸ່ມ 2 ປະເທດຫວຽດນາມ - ຈີນ - ảnh 1 ທ່ານເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນ ຟູເຈີນປາງ

(ພາບ: thanhnien.vn)

ພາຍຫຼັງທີ່ມາຮອດຫວຽດນາມ, ຄະນະຜູ້ແທນໂດຍທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນ ຟູເຈີນປາງ ນຳໜ້າ ໄດ້ເຂົ້າຢ້ຽມຂ່ຳນັບທ່ານເລກວັກຟອງ, ເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ.

        ນະທີ່ນີ້, ທ່ານເລຂາທີໜຶ່ງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ເລກວັກຟອງ ປາດຖະໜາວ່າ ການຮ່ວມມືຂອງຊາວໜຸ່ມລະຫວ່າງ 2 ປະເທດຈະສືບຕໍ່ພັດທະນາໃນການຮ່ວມມືດ້ານສື່ມວນຊົນ ແລະ ບຳລຸງສ້າງຖັນແຖວພະນັກງານຄະນະຊາວໜຸ່ມ; ຜ່ານການເຄື່ອນໄຫວດັ່ງກ່າວ 2 ອົງການຈະມີເນື້ອໃນການຮ່ວມມືໃໝ່, ລາຍການໃໝ່ເພື່ອຊຸກຍູ້ການເຄື່ອນໄຫວຂອງຊາວໜຸ່ມ 2 ປະເທດ.

        ສ່ວນທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດຈີນ ຟູເຈີນປາງ ສະເໜີໃຫ້ 2 ອົງການຊາວໜຸ່ມສືບຕໍ່ເຮັດໃຫ້ການເຄື່ອນໄຫວພົບປະແລກປ່ຽນອຸດົມສົມບູນກວ່າຄື: ເປີດກວ້າງ, ຮ່ວມມືຢ່າງເລິກເຊິ່ງກວ່າ; ເພີ່ມທະວີການແລກປ່ຽນບົດຮຽນກ່ຽວກັບວຽກງານຊາວໜຸ່ມຂອງ 2 ປະເທດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ