ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ຫວຽດນາມ - ສະວິດ

(VOVWORLD) - ເວທີປາໄສໄດ້ສຸມໃສ່ປຶກສາຫາລືບັນດາຫົວຂໍ້, ລວມມີ: ນະໂຍບາຍໜູນຊ່ວຍການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ພັດທະນາ
ຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນ ຫວຽດນາມ - ສະວິດ - ảnh 1ບັນດາວາລະປຶກສາລືໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່, ການນຳອຳນາດການປົກຄອງ ສະວິດ ຫຼາຍທ່ານ
(ພາບ: TTXVN)

ມີຜູ້ແທນກວ່າ 200 ທ່ານໄດ້ເຂົ້າຮ່ວມເວທີປາໄສເສດຖະກິດ ສະວິດ - ຫວຽດນາມ (SVEF) 2024, ຈັດຂຶ້ນໃນວັນທີ 04 ມິຖຸນາ, ຢູ່ ສະວິດ. ເວທີປາໄສໂດຍສະຖານທູດ ຫວຽດນາມ ປະຈຳ ສະວິດ ແລະ ອົງການເວທີປາໄສເສດຖະກິດ ສະວິດ - ຫວຽດນາມ ສົມທົບກັນຈັດຂຶ້ນ.

ເວທີປາໄສໄດ້ສຸມໃສ່ປຶກສາຫາລືບັນດາຫົວຂໍ້, ລວມມີ: ນະໂຍບາຍໜູນຊ່ວຍການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ພັດທະນາ; ບົດບາດ ແລະ ຄວາມສາມາດບົ່ມຊ້ອນຮ່ວມມື ຫວຽດນາມ - ສະວິດ ໃນບັນດາຂົງເຂດຈຸດສຸມ; ໂອກາດ ແລະ ຄວາມສາມາດບົ່ມຊ້ອນລະຫວ່າງ 2 ປະເທດໃນຂົງເຂດການເງິນ ແລະ ການລົງທຶນເລີ່ມຕົ້ນທຸລະກິດ.

ບັນດາວາລະປຶກສາລືໂດຍມີການເຂົ້າຮ່ວມຂອງເຈົ້າໜ້າທີ່, ການນຳອຳນາດການປົກຄອງ ສະວິດ ຫຼາຍທ່ານ, ກໍຄືຜູ້ຕາງໜ້າບັນດາບໍລິສັດ, ກຸ່ມບໍລິສັດໃຫຍ່ຂອງປະເທດນີ້. ທີ່ບັນດາວາລະປຶກສາຫາລື, ບັນດາຜູ້ແທນໄດ້ແລກປ່ຽນກ່ຽວກັບນະໂຍບາຍ ເພື່ອໜູນຊ່ວຍ ແລະ ຊຸກຍູ້ການພົວພັນດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ສະວິດ; ແບ່ງປັນຄວາມສາມາດບ່ົມຊ້ອນ, ທ່າແຮງ ແລະ ຄວາມຕ້ອງການຮ່ວມມື, ນະໂຍບາຍດຶງດູດການລົງທຶນຂອງບັນດາແຂວງ, ນະຄອນຂອງ ຫວຽດນາມ, ຄວາມສາມາດບົ່ມຊ້ອນ, ຜົນປະໂຫຍດຈາການລົງນາມໃນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ບັນດາປະເທດຂຶ້ນກັບສະຫະສະຄົມການຄ້າເສລີ ເອີລົບ - EFTA (ອຽກລັງ, ລິດເທນສະໂຕ, ສະວິດ ແລະ ນອກແວ).

ຕອບກັບ

ຂ່າວ/ບົດ​ອື່ນ