​ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ ​ແລະ ລາວກ​ວ່າ​ອີກ

(VOVWORLD) -ຕອນບ່າຍວັນທີ 11 ພຶດສະພາ, ຢູ່ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ທ່ານ ລັດຖະມົນຕີ ຫງວຽນກີມມເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ເນື່ອງໃນໂອກາດທີ່ ທ່ານ ພ້ອມດ້ວຍຄະນະ ເດີນທາງມາເຂົ້າຮ່ວມງານມະຫາກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.
 ​ຊຸກຍູ້​​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ລະຫວ່າງ ຫວຽດນາມ ​ແລະ ລາວກ​ວ່າ​ອີກ - ảnh 1ການນຳສອງກະຊວງຖ່າຍຮູບເປັນທີ່ລະນຶກ (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ)

ເນັ້ນໜັກເຖິງການພົວພັນລະຫວ່າງສອງປະເທດຫວຽດນາມ - ລາວ, ທ່ານລັດຖະມົນຕີ ຫງວຽນກີມເຊີນ ຢືນຢັນວ່າ ການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຊີແມ່ນພົ້ນເດັ່ນທີ່ສຸດໃນການພົວພັນມິດຕະພາບນີ້. ໃນນັ້ນ 2 ຝ່າຍມີແຜນຮ່າງ “ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມື ຫວຽດນາມ - ລາວ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021 – 2030”.

ປີ 2022 ເປັນຂີດໝາຍ 60 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ລາວ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບແລະການຮ່ວມມືລະຫວ່າງ 2 ປະເທດ, ໃນຂົງເຂດການສຶກສາຈະມີການເຄື່ອນໄຫວຫຼາຍຢ່າງໄດ້ຈັດຕັ້ງຂຶ້ນເພື່ອຮັບຕ້ອນສອງເຫດການທີ່ສຳຄັນນີ້ຄື: ງານວາງສະແດງການສຶກສາ ຫວຽດນາມ ຢູ່ ລາວ ເຊິ່ງຄາດວ່າຈະດຳເນີນໃນເດືອນກັນຍາ; ຕ້ອນຮັບຄະນະນັກສຶກສາລາວ 100 ຄົນ ມາຢ້ຽມຢາມ ສສ ຫວຽດນາມ; ຈັດການແຂ່ງຂັນບັນລະຍາດ້ວຍພາສາຫວຽດ ໃຫ້ແກ່ນັກສຶກສາລາວທີ່ກຳລັງຮ່ຳຮຽນຢູ່ ຫວຽດນາມ... ລັດຖະມົນຕີທັງສອງທ່ານໄດ້ເຫັນດີ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອກະກຽມໃຫ້ແກ່ການເຄື່ອນໄຫວດັ່ງກ່າວໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ