ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ

(VOVWORLD) -  ວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງຕຳຫຼວດ ເລືອງຕາມກວາງ ໄດ້ມີການຕ້ອນຮັບຄະນະຜູ້ແທນສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ອຸດ​ສາ​ຫະ​ກຳ​ເຕັກ​ໂນ​ໂລ​ຢີ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ - ảnh 1ການຕ້ອນຮັບຄະນະຜູ້ແທນສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ເລືອງຕາມກວາງ ເນັ້ນໜັກວ່າ ສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ, ດ້ວຍບົດບາດເປັນອົງການທີ່ມີອິດທິພົນຊື່ສຽງ   ແລະ ມີຜົນສະທ້ອນຂອງ ອາເມລິກາ, ເຕົ້າໂຮມບັນດາບໍລິສັດແຖວໜ້າໂລກ ກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ສວມບົດບາດເປັນຂົວຕໍ່ສຳຄັນເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ພິເສດແມ່ນການລົງທຶນຂອງບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານແຖວໜ້າຂອງ ອາເມລິກາ ປະຈຳ ຫວຽດນາມ.

        ສ່ວນທ່ານ Jason Oxman, ປະທານສະພາອຸດສາຫະກຳເຕັກໂນໂລຢີຂໍ້ມູນຂ່າວສານ ອາເມລິກາ, ໃຫ້ຮູ້ວ່າ ປັດຈຸບັນ ສະພາມີວິສາຫະກິດສະມາຊິກກວ່າ 80 ແຫ່ງ ເຊິ່ງລ້ວນແຕ່ແມ່ນບັນດາວິສາຫະກິດແຖວໜ້າຂອງ ອາເມລິກາ ກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຢີສູງ. ເນື່ອງໃນໂອກາດນີ້, ສະພາປາດຖະໜາຢາກຊອກຮູ້ລົງເລິກກ່ຽວກັບສະພາບແວດລ້ອມແຫ່ງການລົງທຶນ, ນະໂຍບາຍຂອງ ຫວຽດນາມ. ໃນໄລຍະຈະມາເຖິງ, ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ, ການລົງທຶນໃຫ້ສົມກັບທ່າອ່ຽງພັດທະນາຂອງການພົວພັນລະຫວ່າງສອງປະເທດ, ສະພາຫວັງວ່າ ລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງຕຳຫຼວດ ເວົ້າສະເພາະ ຈະສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ອາເມລິກາ ລົງທຶນຢ່າງມີສະຖຽນລະພາບ, ຍາວນານຢູ່ ຫວຽດນາມ. ພ້ອມດຽວກັນນັ້ນ, ສະພາກໍມີຄວາມປາດຖະໜາຢາກສືບຕໍ່ເຮັດວຽກກັບບັນດາຫົວກົມກອງທີ່ກ່ຽວຂ້ອງຂອງກະຊວງຕຳຫຼວດຢ່າງແໜ້ນແຟ້ນກວ່າ ໃນການໃຫ້ຄຳປຶກສາດ້ານນະໂຍບາຍ, ຮ່ວມມືຍົກສູງກຳລັງຄວາມສາມາດ, ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນປະສົບການ ແລະ ບັນດາຂົງເຂດທີ່ສອງຝ່າຍມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ