ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ - ຍີ່ປຸ່ນ

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງຫວຽດນາມ - ຍີ່ປຸ່ນ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
​ຕ້ອນຮັບເປັນປະທານຄະນະ​ກຳມະການ​ເສດຖະກິດ​ຍີ່ປຸ່ນ - ຫວຽດນາມ
(ພາບ: chinhphu.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 25/07, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Takahasi Kyohei ​ແລະ ທ່ານ Nakamura Kunihira, ​ປະທານຮ່ວມຄະນະ​ກຳມະການ​ເສດຖະກິດ​ຍີ່ປຸ່ນ - ຫວຽດນາມ ຂຶ້ນ​ກັບ​ສະຫະພັນ​ບັນດາ​ອົງການ​ເສດຖະກິດ​ຍີ່ປຸ່ນ​ (Keidanren) ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ປາດ​ຖະໜາ​ວ່າ, ຄະນະ​ກຳມະການ​ເສດຖະກິດ​ຍີ່ປຸ່ນ - ຫວຽດນາມ ກໍ່​ຄື Keidanren ຈະ​ສືບ​ຕໍ່​ສະ​ນັບ​ສະ​ໜູນ ​ແລະ ໜູນ​ຊ່ວຍ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ແນ​ໃສ່​ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຊຸກຍູ້​ແຫຼ່ງ​ເງິນ​ລົງທຶນຂອງບັນດາ​ວິ​ສາ​ຫະກິດຍີ່ປຸ່ນ​ເຂົ້າ​ຫວຽດນາມ ຫຼາຍ​ກວ່າ​ອີກ. ທ່າ​ນນາຍົກລັດຖະມົນຕີ​ ​ເຊື່ອ​ໝັ້ນ​ຕໍ່ການ​ປະຕິບັດ​ຂໍ້​ລິ​ເລີ່​ມລວມຫວຽດນາມ - ຍີ່ປຸ່ນ ​ໄລຍະທີ 5 ​​ຈະ​ມາ​ເຖິງ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຫຼາຍກວ່າ​ອີກ, ພິ​ເສດ​ແມ່ນ​ 6 ຂະ​ແໜງ​ບຸລິມະສິດ​ໃນ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ຂອງ​ຫວຽດນາມ ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ.

        ທ່ານ Takahasi Kyohei ​ແລະ ທ່ານ Nakamura Kunihira ​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ 2 ຝ່າຍ, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ຈະ​ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່; ພ້ອມ​ທັງ​ປາດ​ຖະໜາ​ວ່າ ລັດຖະບານ​ຫວຽດນາມ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ນັກ​ລົງທຶນ​ຍີ່ປຸ່ນ ມາ​ສຳ​ຫຼວດຕົວ​ຈິງ, ຊອກ​ຫາ​ກາລະ​ໂອກາດ ຮ່ວມ​ມື​ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຍາວ​ນານ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ