ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ກັບພາກພື້ນຕາເວັນອອກກາງ - ອາຟລິກາເໜືອ

ຊຸກຍູ້ການຮ່ວມມືດ້ານເສດຖະກິດລະຫວ່າງຫວຽດນາມ ກັບພາກພື້ນຕາເວັນອອກກາງ - ອາຟລິກາເໜືອ - ảnh 1
(ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ)

(vovworld) - ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ຄູ່​ຮ່ວມ​ມືພາກ​ພື້ນຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ ຈະ​ດຳ​ເນີນ​ໄປ​​ໃນ​ວັນ​ທີ 04 – 05 ພະຈິກ ຈະ​ມາ​​ເຖິງ ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ຂໍ້​ລິ​ເລີ່​ມຂອງ​ຫວຽດນາມ ​ເພື່ອ​ແນ​ໃສ່​ສ້າງ​ບາດກ້າວ​ໃໝ່​ແກ່​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ກັບບ​ັນດາ​ປະ​ເທດພາກ​ພື້ນຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ຄ້າ ​ແລະ ການ​ລົງທຶນ.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກຂ່າວ ​ໃນ​ວັນ​ທີ 25 ຕຸລາ, ທ່ານ​ນາງ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ.

        “​ເວທີ​ປາ​ໄສ​ແມ່ນ​ໂອກາດ​ທີ່​ດີ ​ເພື່ອ​ໃຫ້​ຫວຽ​ດນາມ ​ແນະນຳກັບ​ບັນດາ​ປະ​ເທດຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ ນະ​ໂຍບາຍ​ພັ​ດທະນາ​ເສດຖະກິດ​​ຂອງ​ຫວຽດນາມ ກໍ່​ຄື​ບັນດາ​ໂອກາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຂອງ​ຫວຽດນາມ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ ບັນດາກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​, ວິ​ສາ​ຫະກິດຕ່າງໆຂອງ​ຫວຽດນາມ ມີ​ໂອກາດ​ຊອກ​ຮູ້, ​ໄດ້ຮັບຂໍ້​ມູນຂ່າວສານ​ຕື່ມອີກກ່ຽວ​ກັບ​ບັນດາ​ກາລະ​ໂອກາດ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ກໍ່​ຄື​ນະ​ໂຍບາຍ​ພັດທະນາ​ເສດຖະກິດ​ຂອງ​ບັນດາ​ຄູ່​ຮ່ວມ​ມື​ຢູ່​ພາກ​ພື້ນຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອ. ຜ່ານ​ເວທີ​ປາ​ໄສ​ຄັ້ງ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການ, ວິ​ສາ​ຫະກິດ, ທ້ອງ​ຖິ່ນ, ບັນດາ​ນັກ​ວາງ​ນະ​ໂຍບາຍ​ຂອງ​ຫວຽດນາມ ຈະ​ພ້ອມ​ກັບ​ພົບ​ປະ, ​ແລກປ່ຽນ​ກ່ຽວ​ກັບ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ສະ​ເໜີ​ທິດ​ທາງ ​ແລະ ມາດ​ຕະການ​ລະອຽດ​ແນ​ໃສ່​ຍົກ​ສູງ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ​ກັບ​ບັນດາ​ປະ​ເທດຕາ​ເວັນ​ອອກ​ກາງ - ອາ​ຟລິ​ກາ​ເໜືອຍິ່ງກວ່າ​ອີກ”.

        ຄາດ​ວ່າ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຈະ​ຕ້ອນຮັບ​ບັນດາ​ຫົວໜ້າ​ຄະນະ​ຜູ້ແທນທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ ​ແລະ ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຈະ​ເຂົ້າ​ຮ່ວມ ​ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່ພິທີໄຂ​ເວທີ​ປາ​ໄສ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ