ຊຸກຍູ້ການຮ່ວມມືລັດຖະສະພາ ແລະ ໃນສັນຍາ CPTPP ລະຫວ່າງຫວຽດນາມ - ການາດາ

(VOVWORLD) -ໃນລະຫວ່າງວັນທີ 20 – 25 ມິຖຸນາ, ຄະນະຜູ້ແທນ ກຳມາທິການ ການຕ່າງປະເທດສະພາແຫ່ງຊາດຫວຽດນາມ ໂດຍທ່ານຫົວໜ້າກຳມາທິການ ການຕ່າງປະເທດສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົາ ເປັນຫົວໜ້າຄະນະ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ການາດາ

ຊຸກຍູ້ການຮ່ວມມືລັດຖະສະພາ ແລະ ໃນສັນຍາ CPTPP ລະຫວ່າງຫວຽດນາມ - ການາດາ - ảnh 1ທ່ານຫົວໜ້າກຳມາທິການ ການຕ່າງປະເທດສະພາແຫ່ງຊາດຫວຽດນາມ ຫງວຽນວັນເຢົາ ມອບຂອງຂວັນເປັນທີ່ລະນິກໃຫ້ແກ່ທ່ານ Dean Allisons ສະມາຊິກສະພາຕ່ຳການາດາ

(ພາບ: Vu Quang Thinh/TTXVN)

ທີ່ການເຮັດວຽກກັບເຈົ້າໜ້າທີ່ການາດາ, ສອງຝ່າຍໄດ້ສະຫງວນເວລາແລກປ່ຽນບົດຮຽນ ແລະ ປຶກສາຫາລືກ່ຽວກັບຂັ້ນຕອນໃຫ້ສັດຕະຍາບັນສັນຍາ ຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ຢູ່ແຕ່ລະປະເທດ; ຮັບຮູ້ຕໍ່ບັນດາສິ່ງທ້າທາຍ ແລະ ແງ່ຫວັງໃນວິວັດການປະຕິບັດ; ໂດຍສະເພາະແມ່ນປະສົບການໃນການແກ້ໄຂບັນດາຄວາມບໍ່ລົງລອຍກັນກ່ຽວກັບຜົນປະໂຫຍດ ຫຼືໜູນຊ່ວຍບັນດາຝ່າຍທີ່ຖືກຜົນກະທົບໃນວິວັດການປະຕິບັດສັນຍາ CPTPP. ຝ່າຍ ການາດາ ຢັ້ງຢືນວ່າ ຈະຊຸກຍູ້ການໃຫ້ສັດຕະຍາບັນສັນຍາ CPTPP ໂດຍໄວ ເພື່ອປະຕິບັດແຜນນະໂຍບາຍຫັນການຄ້າເປັນຫຼາຍຮູບຫຼາຍແບບໃຫ້ປະກົດຜົນເປັນຈິງ.

        ເມື່ອແລກປ່ຽນກ່ຽວກັບການຮ່ວມມືລັດຖະສະພາ, ທ່ານຫົວໜ້າກຳມາທິການ ຫງວຽນວັນເຢົາ ຖືວ່າ ການຮ່ວມມືສະພາແຫ່ງຊາດ ຈະນັບມື້ນັບໜູນຊ່ວຍຢ່າງຕັ້ງໜ້າໃຫ້ແກ່ບັນດາການເຄື່ອນໄຫວຂອງລັດ, ພິເສດແມ່ນ ສັນຍາ ແລະ ສົນທິສັນຍາສະບັບຕ່າງໆ ທີ່ລັດຖະບານສອງປະເທດໄດ້ລົງນາມ. ເລື່ອງສອງຝ່າຍສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານແຕ່ເດືອນ ພະຈິກ 2017 ຈະໄດ້ເປີດໄລຍະໃໝ່ໃນການພົວພັນສອງຝ່າຍ ກໍຄືໃນບັນດາການເຄື່ອນໄຫວຮ່ວມມືລະຫວ່າງລັດຖະສະພາສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ