ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ, ນິວຊີແລນ ແລະ ອົດສະຕາລີ

(VOVWORLD) - ຕອນບ່າຍວັນທີ 05 ກໍລະກົດ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໃຫ້ການຕ້ອນຮັບທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ; ທ່ານນາງ Wendy Matthews ເອກອັກຄະລັດຖະທູດ ນິວຊີແລນ ແລະ ທ່ານ Layton Pike ອັກຄະລັດຖະທູດ, ຜູ້ຕ່າງໜ້າຊົ່ວຄາວ ອົດສະຕາລີ ປະຈຳ ຫວຽດນາມ
ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ, ນິວຊີແລນ ແລະ ອົດສະຕາລີ - ảnh 1 ທ່ານ ເວືອງດີງເຫວ້ ໃຫ້ການຕ້ອນຮັບທ່ານ Ibnu Hadi ເອກອັກຄະລັດຖະທູດ ອິນໂດເນເຊຍ (ພາບ: TTXVN)

ເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດດັ່ງກ່າວ. ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ສະໜັບສະໜູນເລື່ອງເປີດສາຍການບິນລະຫວ່າງ 2 ປະເທດ ເພື່ອເພີ່ມທະວີການຮ່ວມມືເສດຖະກິດ ແລະ ພົວພັນແລກປ່ຽນປະຊາຊົນ; ຢັ້ງຢືນ ອິນໂດເນເຊຍ ແມ່ນຄູ່ຮ່ວມມືຍຸດທະສາດຂອງ ຫວຽດນາມ ແລະ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນຮ່ວມມືຫລາຍດ້ານກັບປະເທດນີ້.

        ທີ່ການຕ້ອນຮັບເອກອັກຄະລັດຖະທູດ ນິວຊີແລນ, ທ່ານ ເວືອງດີງເຫວ້ ປາດຖະໜາວ່າ 2 ຝ່າຍຍູ້ແຮງການຮ່ວມມືໃນຂົງເຂດກະສິກຳ, ການສຶກສາ ແລະ ບຳລຸງສ້າງ, ຄວບຄຸມຄວາມສ່ຽງໄພທຳມະຊາດກ່ວາອີກ; ແລກປ່ຽນວຽກງານສົມທົບກັນຮ່ວມມືຢູ່ບັນດາເວທີປາໄສຫລາຍຝ່າຍ; ຄົ້ນຄວ້າດຳເນີນການຍົກລະດັບການພົວພັນຈາກຄູ່ຮ່ວມມືຮອບດ້ານຂຶ້ນສູ່ຄູ່ຮ່ວມມືຍຸດທະສາດກັບປະເທດນີ້.

ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ກັບ ອິນໂດເນເຊຍ, ນິວຊີແລນ ແລະ ອົດສະຕາລີ - ảnh 2ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ແລະ ທ່ານ Layton Pike ອັກຄະລັດຖະທູດ, ຜູ້ຕ່າງໜ້າຊົ່ວຄາວ ອົດສະຕາລີ

    ເມື່ອຕ້ອນຮັບທ່ານ Layton Pike ອັກຄະລັດຖະທູດ, ຜູ້ຕ່າງໜ້າຊົ່ວຄາວ ອົດສະຕາລີ ປະຈຳ ຫວຽດນາມ ຢັ້ງຢືນ ຫວຽດນາມ, ທ່ານ ເວືອງດີງເຫວ້ ຖືເປັນສຳຄັນການພົວພັນຮ່ວມມືເສດຖະກິດ, ການຄ້າ, ການລົງທຶນກັບ ອົດສະຕາລີ, ທ່ານ ເວືອງດີງເຫວ້ ໃຫ້ຮູ້ວ່າ: ພ້ອມແລ້ວທີ່ຈະແລກປ່ຽນ, ປຶກສາຫາລືບັນດາບັນຫາທີ່ກ່ຽວຂ້ອງເຖິງ 2 ປະເທດ, ເພື່ອການຮ່ວມມື ແລະ ວັດທະນາຖາວອນຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ