ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການສຳນັກງານຂອງສະພາແຫ່ງຊາດຫວຽດນາມ ແລະ ອາເມລິກາ

(VOVWORLD) -ແຕ່ວັນທີ 26 ຫາວັນທີ 30 ກໍລະກົດ, ຄະນະຜູ້ແທນກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໂດຍທ່ານພົນຈັດຕະວາ ເລເຕີ້ນເຕີ້ຍ, ປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ແລະ ສະຫະປະຊາຊາດ.
ຊຸກຍູ້ການຮ່ວມມືລະຫວ່າງບັນດາອົງການສຳນັກງານຂອງສະພາແຫ່ງຊາດຫວຽດນາມ ແລະ ອາເມລິກາ - ảnh 1ຄະນະຜູ້ແທນຫວຽດນາມ ແລະ ກຳມາທິການກຳລັງທະຫານ ຂອງສະພາຕ່ຳອາເມລິກາ 

     ໃນໄລຍະ ເຮັດວຽກຢູ່ອາເມລິກາ, ຄະນະຜູ້ແທນຫວຽດນາມໄດ້ມີການເຈລະຈາກັບກຳມາທິການກຳລັງທະຫານ ຂອງສະພາຕ່ຳອາເມລິກາ ໂດຍທ່ານປະທານ ກຳມາທິການ Adam Smith ແລະ ສະມາຊິກອາວຸໂສ Mike Rogers ເປັນປະທານຮ່ວມ; ເຮັດວຽກກັບສະມາຊິກສະພາຕ່ຳ Joaquin Castro - ປະທານຮ່ວມກຸ່ມສະມາຊິກລັດຖະສະພາສະຫະລັດກັບ ອາຊຽນ; ພົບປະກັບທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບພາຍໃນ John Tien; ຜູ້ຊ່ວຍລັດຖະມົນຕີການຕ່າງປະເທດ Jessica Lewis ແລະຜູ້ຊ່ວຍລັດຖະມົນຕີປ້ອງກັນປະເທດ Ely Ratner ແລະເຈົ້າຫນ້າທີ່ອື່ນອີກຈຳນວນໜຶ່ງ.

        ທີ່ການພົບປະ, ທ່ານພົນຈັດຕະວາ ເລເຕີ້ນເຕີ້ຍ, ປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ເນັ້ນໜັກວ່າ: ນີ້ແມ່ນການຢ້ຽມຢາມ ອາເມລິກາ ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ, ມີປະສິດທິຜົນ, ພ້ອມກັນນັ້ນ ກໍຊຸກຍູ້ການຮ່ວມມືລະຫວ່າງ ບັນດາອົງການສຳນັກງານຂອງສະພາແຫ່ງຊາດຂອງ 2 ປະເທດ; ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າ.

      ບັນດາສະມາຊິກລັດຖະສະພາ ແລະ ອຳນາດການປົກຄອງ ອາເມລິກາ ຕີລາຄາສູງການຢ້ຽມຢາມຂອງຄະນະຜູ້ແທນຫວຽດນາມ, ແລະ ຢືນຢັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ອາເມລິກາ. ລັດຖະສະພາສະຫະລັດສະໜັບສະໜູນການພົວພັນລະຫວ່າງສອງປະເທດຢ່າງແຂງແຮງ; ຂ້າພະເຈົ້າຫວັງວ່າການພົວພັນລະຫວ່າງສອງປະເທດຈະມີການພັດທະນາໃໝ່.

    ທີ່ການພົບປະກັບທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Atul Khare ຮັບຜິດຊອບການໜູນຊ່ວຍການຜັນຂະຫຍາຍການເຄື່ອນໄຫວຕົວຈິງກ່ຽວກັບການຮັກສາສັນຕິພາບ ສປຊ, ທ່ານ ເລເຕີ້ນເຕີ້ຍ ສະເໜີໃຫ້ສະຫະປະຊາຊາດ ແລະ ທ່ານຮອງເລຂາທິການໃຫຍ່ ສປຊ ສືບຕໍ່ສະໜັບສະໜູນ ເພື່ອໃຫ້ ຫວຽດນາມ ສາມາດ ປະກອບສ່ວນໃຫ້ແກ່ບັນດາເປົ້າໝາຍອັນສູງສົ່ງຂອງສະຫະປະຊາຊາດໃນການແກ້ໄຂການປະທະກັນ, ຮັກສາສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນທົ່ວໂລກ. ທ່ານ Atul Khare ຢືນຢັນວ່າ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການຝຶກອົບຮົມໃນພາກຕົວຈິງ, ນະໂຍບາຍ ແລະ  ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບົດຮຽນປະສົບການໃນການກໍ່ສ້າງບັນດາກຳລັງທີ່ກ່ຽວຂ້ອງເຖິງການຮັກສາສັນຕິພາບກັບບັນດາປະເທດ, ພິເສດແມ່ນບັນດາປະເທດໃນພາກພື້ນ.

      ໃນໄລຍະຢ້ຽມຢາມ ແລະ ເຮັດວຽກຢູ່ອາເມລິກາ, ຄະນະຜູ້ແທນຫວຽດນາມໄດ້ໄປຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ອາເມລິກາ ແລະ ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ