ຊຸກຍູ້ການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ທະນາຄານໂລກ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ຖືທະນາຄານໂລກແມ່ນຄູ່ຮ່ວມມືພັດທະນາສຳຄັນທີ່ສຸດ. ຕີລາຄາສູງເລື່ອງທະນາຄານໂລກໜູນຊ່ວຍ ຫວຽດນາມ ສຳເລັດການສ້າງບົດລາຍງານ ຫວຽດນາມ ປີ 2035
ຊຸກຍູ້ການຮ່ວມມືລະຫວ່າງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ທະນາຄານໂລກ - ảnh 1ທ່ານ Axel van Trotsenburg ແລະ  ທ່ານ ສຈ, ປອ ຫງວຽນຊວນຖັງ (ພາບ: Văn Điệp/TTXVN)

ຕອນບ່າຍວັນທີ 19 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານ ສຈ, ປອ ຫງວຽນຊວນຖັງ, ປະທານສະພາທິດສະດີສູນກາງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ເຮັດວຽກກັບທ່ານ Axel van Trotsenburg, ຜູ້ອຳນວຍການບໍລິຫານທະນາຄານໂລກ ກ່ຽວກັບການຮ່ວມມືສອງຝ່າຍ.

ທ່ານ ສຈ, ປອ ຫງວຽນຊວນຖັງ ຢັ້ງຢືນວ່າ: ຍາມໃດ ຫວຽດນາມ ກໍ່ຖືທະນາຄານໂລກແມ່ນຄູ່ຮ່ວມມືພັດທະນາສຳຄັນທີ່ສຸດ. ຕີລາຄາສູງເລື່ອງທະນາຄານໂລກໜູນຊ່ວຍ ຫວຽດນາມ ສຳເລັດການສ້າງບົດລາຍງານ ຫວຽດນາມ ປີ 2035, ທ່ານ ສຈ, ປອ ຫງວຽນຊວນຖັງ ສະເໜີວ່າ: ທະນາຄານໂລກມີວິທີການຮ່ວມມືກັບບັນດາຫົວໜ່ວຍຄົ້ນຄ້ວາຍຸດທະສາດຂອງ ຫວຽດນາມ, ໃນນັ້ນມີສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ໃນການໜູນຊ່ວຍສ້າງບົດລາຍງານ ຫວຽດນາມ 2045.

ສ່ວນທ່ານ ຜູ້ອຳນວຍການບໍລິຫານທະນາຄານໂລກ Axel van Trotsenburg ສະເໜີໃຫ້ ຫວຽດນາມ ແບ່ງປັນບັນດາບົດຮຽນໃນການພັດທະນາໃຫ້ຫຼາຍປະເທດອື່ນ, ພ້ອມທັງສືບຕໍ່ປະກອບສ່ວນແກ້ໄຂຫຼາຍບັນຫາທົ່ວໂລກ ແລະ ຖືວ່າສອງຝ່າຍມີຫຼາຍກາລະໂອກາດຮ່ວມມືໃນການບຳລຸງກໍ່ສ້າງ, ພະນັກງານ, ນັກຊ່ຽວຊານຄົ້ນຄ້ວານະໂຍບາຍຂັ້ນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ