ຊຸກຍູ້ການຮ່ວມມືໃນຂົງເຂດສິນໃນນ້ຳ-ສິນທະເລລະຫວ່າງຫວຽດນາມແລະນອກແວ

ຊຸກຍູ້ການຮ່ວມມືໃນຂົງເຂດສິນໃນນ້ຳ-ສິນທະເລລະຫວ່າງຫວຽດນາມແລະນອກແວ - ảnh 1
ທ່າ​ນ​ນາງເອກ​ອັ​ກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເລ​ທິ​ຕວຽດ​ມາຍ (ເບື້ອງ​ຊ້າຍ)
(ພາບ: baocongthuong.com.vn)

(vovworld) – ໃນ​ລະ​ຫວ່າງວັນ​ທີ 20 – 21/1, ຢູ່​ນະ​ຄອນ Trondheim, ປະ​ເທດນອກ​ແວ, ​​ທ່າ​ນ​ນາງເອກ​ອັ​ກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ເລ​ທິ​ຕວຽດ​ມາຍ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ແລະ ບັນ​ດາກ​ານ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ງານ​ຕະ​ຫຼາດ​ນັດ​ສິນ​ທະ​ເລ ອກ​ແວ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິນ​ໃນ​ນ້​ຳ​ - ສິນ​ທະ​ເລລະ​ຫວ່າງ 2 ປະ​ເທດ.

        ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ນອກ​ແວ ເລ​ທິ​ຕວຽດ​ມາຍ ໄດ້​ແລກ​ປ່ຽນ​​ຄວາມ​ເຫັນກັບ​ບັນ​ດາ​ຜູ້​ຕາງ​ໜ້າ​ເຂົ້າ​ຮ່ວມ​ງານ​ຕະຫຼາດ​ນັດ ແລະ ຕອບ​ສ​ຳ​ພາດ​​ຕໍ່​ນັກ​ຂ່າວ​ໜັງ​ສື​ພິມ “IntraFish” ຂອງ ນອກ​ແວ ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ຕະຫຼາດ​ສິນ​ທະ​ເ​ລ​ຂອງ ຫວຽດ​ນາມ, ຜ່ານນັ້ນ​ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ບໍ​ລິ​ສັດ ນອກ​ແວ ເພີ່ມ​ທະ​ວີ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ. ທ່ານນ​າງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ເຖິງ​ການ​ຮ່ວມ​ມື​ຍາວ​ນານ​ລະ​ຫວ່າງ ນອກ​ແວ ແລະ ຫວຽດ​ນາມ ກ່ຽວ​ກັບ​ອາ​ຊີບ​ຫາ​ປາ ແລະ ລ້ຽງ​ປູກ​ສິນ​ໃນ​ນ້ຳ - ສິນ​ທະ​ເລ, ເລີ່ມ​ແຕ່​ປີ 1972, ພາຍຫຼັງ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດໃນ​ວັນ​ທີ 22/11/1971. ໃນ​ເບື້ອງ​ຕົ້ນ, ນອກ​ແວ ໜູນ​ຊ່ວຍ​ຂະ​ແໜງ​ສິນ​ທະ​ເລ ຫວຽດ​ນາມ ກ່ຽວ​ກັບ​ການ​ບຳ​ລຸງ​ສ້າງ​ຂັ້ນ​ປະ​ລິ​ຍາ​ໂທ, ຄົ້​ນ​ຄ້​ວາ​ໃນ​ຂົງ​ເຂດ​ລ້ຽງ​ປູກ​ສິນ​ໃນ​ນ້ຳ - ສິ​ນ​ທະ​ເລ. ປະ​ຈຸ​ບັນ, ໄດ້​ເປີດ​ກ້​ວາງການ​ຮ່ວມ​ມື​​ໃນ​ການບ​ຳ​ລຸງ​ສ້າງ ແລະ ຄົ້ນ​ຄ້ວາ, ໃນ​ນັ້ນ​ມີ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ມະ​ຫາ​ວິ​ທະ​ຍາ​ໄລ ສິນ​ໃນ​ນ້ຳ ຍາ​ຈາງ ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງນອກ​ແວ, ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ການ​ກະ​ທົບ​​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ສຳ​ລັບ​ລະ​​ບົບ​ຊີ​ວະ​ພາບ​ແຄມ​ທະ​ເລ, ໃນ​ນັ້ນ​ມີ​ຜົນ​ສະ​ທ້ອນ​​ເຖິງ​ຂະ​ແໜງ​ລ້ຽງ​ປູກ​ສິນ​ໃນ​ນ້ຳ - ສິນ​ທະ​ເລ.


ຂ່າວ/ບົດ​ອື່ນ