ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງນະຄອນໂຮ່ຈິມິນແລະລັດ Sachsen, ເຢຍລະມັນ

(VOVWORLD) -ວັນທີ 22 ພະຈິກ, ທ່ານ ເຈິ່ນວິ້ງຕວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ໄດ້ຕ້ອນຮັບທ່ານ Martin Dulig, ຮອງຜູ້ວ່າການລັດ, ທັງເປັນລັດຖະມົນຕີກະຊວງເສດຖະກິດແຮງງານ ແລະ ຄົມມະນາຄົມຂອງລັດ Sachsen, ປະເທດເຢຍລະມັນ, ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທີ່ການຕ້ອນຮັບ ທ່ານ ເຈິ່ນວິ້ງຕວຽນ ຖືວ່າ ບັນດາການເຄື່ອນໄຫວສົ່ງເສີມການຄ້າ, ການລົງທຶນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ຍາມໃດກໍ່ໄດ້ຮັບຄວາມສົນໃຈຊອກຫາກາລະໂອກາດຮ່ວມມືຈາກການນຳບັນດາທ້ອງຖິ່ນ ແລະ ນັກລົງທຶນ 2 ຝ່າຍ. 2 ທ້ອງຖິ່ນມີຈຸດຄ້າຍຄືກັນຫຼາຍຢ່າງ ແລະ ມີທ່າແຮງສາມາດເພີ່ມເຕີ່ມໃຫ້ກັນ, ໂດຍສະເພາະແມ່ນເມື່ອສັນຍາການຄ້າເສລີຫວຽດນາມ - ອີຢູ ມີຜົນສັກສິດຢ່າງເປັນທາງການ.

        ສ່ວນທ່ານ Martin Dulig ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງລະຫວ່າງ ນະຄອນໂຮ່ຈິມິນ ແລະ ລັດ Sachsen ຈະມີການເຄື່ອນໄຫວສົ່ງເສີມ, ຮ່ວມມື, ບຳລຸງສ້າງອາຊີບຫຼາຍກວ່າອີກ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ເຢຍລະມັນ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ ແລະ ໝັ້ນຄົງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ