ຊຸກຍູ້ການເຄື່ອນໄຫວອາສາສະໝັກທົ່ວໂລກຂອງຊາວໜຸ່ມຫວຽດນາມ

(VOVWORLD) -ວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ອົງການຈັດຕັ້ງອາສາສະໝັກເພື່ອສັນຕິພາບຫວຽດນາມ (VPV) ໄດ້ຈັດກອງປະຊຸມສຳມະນາຜ່ານເຄືອຂ່າຍອິນເຕີແນັດລາຍການພົບປະແລກປ່ຽນຊາວໜຸ່ມ ແລະ ວັດທະນະທຳຫວຽດນາມ (ICYE VN).

ກອງປະຊຸມສຳມະນາໄດ້ນຳມາໃຫ້ພວກເພື່ອນໜຸ່ມຫວຽດນາມ ບັນດາໂຄງການອາສາສະໝັກຢູ່ຕ່າງປະເທດ. ນີ້ແມ່ນກາລະໂອກາດເພື່ອໃຫ້ພວກເພື່ອນໜຸ່ມໄດ້ເຮັດວຽກໃນສະພາບແວດລ້ອມວັດທະນະທຳນາໆຊາດ, ເປັນເພື່ອນມິດກັບບັນດານັກອາສາສະໝັກທີ່ມາຈາກ 5 ທະວີບ, ເຂົ້າຮ່ວມການຊຸກຍູ້ການເຄື່ອນໄຫວອາສາສະໝັກທົ່ວໂລກ ແລະ ສິ່ງພິເສດທີ່ສຸດແມ່ນຊ່ວຍປັບປຸງ ແລະ ປະກອບສ່ວນເຂົ້າໃນບັນດາຄວາມມານະພະຍາຍາມພັດທະນາປະຊາຄົມໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ