ຊຸກ​ຍູ້​ການເຊື່ອມ​ຕໍ່​​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ບັນ​ດາວິ​ສາ​ຫະ​ກິດ ຍີ່ປຸ່ນ ແລະ ແຂວງ ຮຶງ​ອຽນ

(VOVWORLD) -ໃນວັນທີ 26 ສິງຫາ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ມີການເຮັດວຽກກັບແຂວງ ຮຶງອຽນ.
ຊຸກ​ຍູ້​ການເຊື່ອມ​ຕໍ່​​ຮ່ວມ​ມື​ລົງ​ທຶນ​ລະ​ຫວ່າງ​ບັນ​ດາວິ​ສາ​ຫະ​ກິດ ຍີ່ປຸ່ນ ແລະ ແຂວງ ຮຶງ​ອຽນ - ảnh 1 ການເຮັດວຽກລະຫວ່າງຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ກັບແຂວງ ຮຶງອຽນ (ພາບ: baohungyen.vn)


ທີ່ການເຮັດວຽກ, ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຍີ່ປຸ່ນ ເປັນນັກລົງທຶນໃຫຍ່ທີ 2, ເປັນຄູ່ຮ່ວມມືດ້ານການຄ້າທີ 4, ເປັນຄູ່ຮ່ວມມືໃຫຍ່ທີ 3 ດ້ານການທ່ອງທ່ຽວ ຂອງ ຫວຽດນາມ. ທ່ານ ເລຮ່ວາຍຈຸງ ຄວາມຫວັງວ່າ ທ່ານ ເອກອັກຄະລັດຖະທູດ ແລະ ບັນດາອົງການຕາງໜ້າ ຈະເພີ່ມທະວີການແລກປ່ຽນ, ຈັດຕັ້ງບັນດາການເຄື່ອນໄຫວລະຫວ່າງ ແຂວງ ຮຶງອຽນ ແລະ ບັນດາອົງການ ຍີ່ປຸ່ນ ໃນບັນດາຂົງເຂດ; ສະຖານທູດ  ຍີ່ປຸ່ນ ແນະນຳເພື່ອໃຫ້ບັນດານັກລົງທຶນຮູ້ຈັກແຂວງ ຮຶງອຽນ ຫຼາຍກ່ວາອີກ, ພິເສດແມ່ນຊຸກຍູ້ການພົວພັນພົບປະແລກປ່ຽນຮ່ວມມືພັດທະນາເສດຖະກິດ, ວັດທະນະທຳ.

ສ່ວນທ່ານ Yamada Takio, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງປະເທດ ຍີ່ປຸ່ນ ປະຈຳ ຫວຽດນາມ, ສະເໜີໃຫ້ແຂວງ ຮຶງອຽນ ເອົາໃຈໃສ່, ຊຸກຍູ້ການເຊື່ອມຕໍ່ຮ່ວມມືລະຫວ່າງບັນດາວິສາຫະກິດ, ສົ່ງເສີມຂະແໜງອຸດສາຫະກຳໜູນຊ່ວຍເພີ່ມທະວີຄຸນນະພາບການສຶກສາສາມັນ ແລະ ການສິດສອນພາສາ  ຍີ່ປຸ່ນ ຢູ່ບັນດາ ໂຮງຮຽນ, ຍາດແຍ່ງບັນດານັກເຝິກງານ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຍີ່ປຸ່ນ ກັບຄືນມາບ້ານເກີດເມືອງນອນເພື່ອເຮັດວຽກໃຫ້ບັນດາວິສາຫະກິດ ຍີ່ປຸ່ນ. ທ່ານ Yamada Takio ໃຫ້ຮູ້ວ່າ ທ່າອ່ຽງເປີດກ້ວາງການລົງທຶນບັນດາໂຄງການຢູ່ ຫວຽດນາມ ຂອງບັນດາວິສາຫະກິດ ຍີ່ປຸ່ນ ຈະສືບຕໍ່ເພີ່ມຂຶ້ນ, ທ່ານ ຫວັງວ່າ ທາງ ແຂວງ ຮຶງອຽນ ຈະສຶບຕໍ່ຮ່ວມມືເພື່ອຍາດແຍ່ງເອົາກາລະໂອກາດນີ້.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ