ຊ​ຸກ​ຍູ້​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ - ອີ​ຕາ​ລີ

(VOVWORLD) - ຕອນບ່າຍວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອີຕາລີ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V ອາຍຸການ 2019 -2024. 
ຊ​ຸກ​ຍູ້​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ - ອີ​ຕາ​ລີ - ảnh 1ພາບປະກອບ (baocongthuong.vn)

       ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານ ສະມາຄົມມິດຕະພາບ ຫວຽດນາມ - ອີຕາລີ ຊຸດທີ V ດ້ວຍສະມາຊິກ 32 ຄົນ. ທ່ານ ສາສະດາຈານ, ປະລິນຍາເອກ ບຸ່ຍເຍິດກວາງ, ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ, ໄດ້ເລືອກຕັ້ງເປັນປະທານສະມາຄົມອາຍຸການ 2019 -2024. ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຕໍ່ອາຍຸການຈະມາເຖິງ, ສະມາຄົມຈະສືບຕໍ່ຈັດຕັ້ງຂົນຂວາຍ, ເຕົ້າໂຮມທຸກອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ເປັນຊາວຫວຽດນາມໄດ້ ແລະ ພວມດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກຢູ່ ອີຕາລີ; ໄດ້ ແລະ ພວມມີຄວາມຫວັງຢາກຮ່ວມມືກັບອີຕາລີ; ຮັກແພງ ແລະ ປາດຖະໜາຢາກປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ຮ່ວມມືລະຫວ່າງ ຫວຽດນາມ ແລະ ອີຕາລີ; ເປີດກ້ວາງ ແລະ ພັດທະນາວຽກງານຂອງສະມາຄົນເປັນຕົ້ນແມ່ນໃນບັນດາຂົງເຂດຈຸດສຸມໃນການຮ່ວມມືລະຫວ່າງສອງປະເທດຄື ການຄ້າ, ການລົງທຶນ, ການທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ