ຊຸກຍູ້ບັ້ນຂົນຂວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ”

(VOVWORLD) -ບັນດາຜູ້ແທນໄດ້ຊີ້ແຈ້ງສິ່ງທ້າທາຍເຊິ່ງວິສາຫະກິດຕ້ອງຜ່ານຜ່ານັ້ນແມ່ນຕ້ອງຍົກສູງຄຸນນະພາບຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ຫຼຸດລາຍຈ່າຍການຜະລິດ, ຍົກສູງກຳລັງແກ່ງແຍ້ງ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກຢູ່ພາຍໃນປະເທດ.
ຊຸກຍູ້ບັ້ນຂົນຂວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” - ảnh 1 ທີ່ກອງປະຊຸມສຳມະນາ
(ພາບ: sggp.org.vn)

ເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ: ມາດຕະການແກ້ໄຂຊຸກຍູ້ການເຕີບໂຕ, ປະຕິບັດບັ້ນຂົນວາຍ “ຊາວ ຫວຽດນາມ ໃຫ້ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ” ຢ່າງມີປະສິດທິຜົນ, ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 22 ເມສາ, ຢູ່ ຮ່າໂນ້ຍ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຊີ້ແຈ້ງສິ່ງທ້າທາຍເຊິ່ງວິສາຫະກິດຕ້ອງຜ່ານຜ່ານັ້ນແມ່ນຕ້ອງຍົກສູງຄຸນນະພາບຜະລິດຕະພັນຢ່າງບໍ່ຢຸດຢັ້ງ, ຫຼຸດລາຍຈ່າຍການຜະລິດ, ຍົກສູງກຳລັງແກ່ງແຍ້ງ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກຢູ່ພາຍໃນປະເທດ. ທ່ານ ຫງວຽນຕຽນຢິງ, ຮອງຫົວໜ້າສະພາທີ່ປຶກສາເສດຖະກິດ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຖືວ່າ:

        “ການບໍລິໂພກຢູ່ພາຍໃນປະເທດແມ່ນໃຫຍ່ຫຼວງທີ່ສຸດ, ຄວາມຕ້ອງການໃຫຍ່ຫຼວງ. ຍ້ອນຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນແລ້ວ, ຖ້າພວກເຮົາບໍ່ສົນໃຈ ນັ້ນແມ່ນຈະເສຍຫາຍຫຼາຍທີ່ສຸດ. ສິນຄ້າທີ່ຜະລິດຢູ່ພາຍໃນປະເທດ ແລ້ວຂາຍຢູ່ພາຍໃນປະເທດນັ້ນ ແນ່ນອນວ່າ ລາຄາຈະຕ່ຳກວ່າ ແລະ ປະຊາຊົນກໍ່ສາມາດຊື້ໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ