ຊຸກຍູ້ຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ອັງກິດ ກັບ ຫວຽດນາມ ໃນບັນດາຂົງເຂດບຸລິມະສິດ

ຊຸກຍູ້ຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງ ອັງກິດ ກັບ ຫວຽດນາມ ໃນບັນດາຂົງເຂດບຸລິມະສິດ - ảnh 1
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການເຈລະຈາ ກັບທ່ານນາຍົກລັດຖະມົນຕີ David Cameron
(ພາບ: nguyenphutrong.net)

(vovworld) – ຕອນ​ເຊົ້າ​ວັນ​ທີ 23/1, ຕາມ​ເວລາ ຫວຽດນາມ, ທ່ານ​​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ​ໄດ້​ມີ​ການ​ເຈລະຈາ ກັບ​ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron. ທີ່​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ ອັງກິດ David Cameron ຢັ້ງຢືນ​ວ່າ​: ລັດຖະບານ ອັງກິດ ຖື​ການ​ເພີ່ມ​ທະວີ​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະຍາຍາມ​ຊຸກຍູ້​ການຜັນ​ຂະຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນຍາ​ຂອງ ອັງກິດ ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ, ພິ​ເສດ​ແມ່ນ​ການ​ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ, ຍູ້​ໄວ​ວົງ​ເງິນ​ການ​ຄ້າ 2 ສົ້ນ, ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່​ໄດ້​ຮັບ​ການເຊັນກັນ​ແລ້ວ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ສະ​ແດງ​ຄວາມ​ພາກພູມ​ໃຈ​ເມື່ອ​ເຫັນ​ວ່າ: ການ​ພົວພັນ​ລະຫວ່າງ 2 ປະ​ເທດ ພວມ​ພັດທະນາ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ​ໃນ​ຂົງ​ເຂດ​ຕ່າງໆ​ນັບ​ແຕ່​ເມື່ອ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່ວມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດຫວຽດນາມ - ອັງກິດ ​ເມື່ອ​ເດືອນ 9/2010, ພ້ອມ​ທັງປາຖະໜາຢາກ​ຊຸກຍູ້​ການ​ພົວພັນດ້ານ​ເສດຖະກິດ - ການ​ຄ້າ, ການຮ່ວມ​ມື​ລົງທຶນ​ລະຫວ່າງ ລາຊະ​ອານາຈັກ ອັງກິດ ​ແລະ ຫວຽດນາມ, ​​ເພີ່ມ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໂດຍໄວ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກສາ - ບຳລຸງ​ສ້າງ, ​ໃນ​ນັ້ນ​ມີ​ການສະ​ເໜີ​ໃຫ້ ອັງກິດ​ ​ເພີ່ມ​ທຶນ​ສຶກສາ​ໃຫ້​ແກ່​ນັກ​ສຶກສາ ຫວຽດນາມ, ພ້ອມ​ທັງ​​ເພີ່ມ​ທະວີ​ການ​ລົງທຶນ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ.

        ​ແລະກໍ່​​​ໃນ​ໂອກາດ​ນີ້, 2 ປະ​ເທດ​ໄດ້​ເຊັນ​ບັນດາ​ເອກະສານ​ຄື: ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ການ​ແລ​ກປ່ຽນ​ຂໍ້​ມູນ​ຂ່າວສານ​ດ້ານ​ເຂົ້າ - ອອກ​ເມືອງ ລະຫວ່າງ​ກະຊວງ​ຕຳຫຼວດ ຫວຽດນາມ ​ແລ​ະ ອົງການ​ຊາຍ​ແດນ​ຂອງ​ລາຊະ​ອານາຈັກ ອັງກິດ, ​ແຜນການ​ເຄື່ອນ​ໄຫວ ຫວຽດນາມ - ອັງກິດ ປີ 2013​.​.​..​ ລັດຖະບານ ອັງກິດ ​ໄດ້​ຈັດ​ຕັ້ງ​ງານ​ລ້ຽງຢ່າງ​ສົມ​ກຽດ ​ເພື່ອ​ຂຳ່ນັບ​ຮັບ​ຕ້ອນ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດນາມ ​ມາ​ຢ້ຽມຢາມ​ລາຊະ​ອານາຈັກ ອັງກິດ ຢ່າງ​ເປັນ​ທາງ​ການ​.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຕາມ​ແຜນການ​ແລ​້ວ, ທ່ານ​ເລຂາທິການ​​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ມີ​ການ​ ພົບ​ປະ​ກັບ​ ​ເຈົ້າຟ້າ​ຊາຍ Charles, ວາງ​ພວງມາລາ​ອາ​ໄລ​ຫາ​ປະທານ​ໂຮ່ຈີ​ມິນ ຢູ່ ປ້າຍ​ອາ​ໄລ​ຫາ​ປະທານ ​ໂຮ່ຈີ​ມິນ ຕັ້ງ​ຢູ່​ຖະໜົນ Haysmarket.

ຂ່າວ/ບົດ​ອື່ນ