ຊຸກຍູ້ວຽກງານປະຊາຄົມຢູ່ ມາເລເຊຍ

(VOVWORLD) -ທ່ານ ມາຍຟຽນຢຸງ ສະເໜີໃຫ້ສະຖານທູດ ສືບຕໍ່ສົມທົບກັບຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນວຽກງານດັ່ງກ່າວ
ຊຸກຍູ້ວຽກງານປະຊາຄົມຢູ່ ມາເລເຊຍ - ảnh 1ການເຄື່ອນໄຫວຂອງຄະນະປະຕິບັດງານຢູ່ ມາເລເຊຍ
(ພາບ: scov.gov.vn)

        ໃນລະຫວ່າງວັນທີ 03 – 05 ພະຈິກ, ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໂດຍທ່ານ ມາຍຟານຢຸງ, ຮອງຫົວໜ້າຄະນະກຳມະການນຳໜ້າ, ໄດ້ໄປຢ້ຽມຢາມ ມາເລເຊຍ ເພື່ອແນໃສ່ຊອກຮູ້ສະພາບການຂອງປະຊາຄົມຊາວ ຫວຽດນາມ ຢູ່ປະເທດປະຈຳຖິ່ນ, ຊຸກຍູ້ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະຈະມາເຖິງ.

        ໂດຍຕີລາຄາສູງວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຊິ່ງສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ, ທ່ານ ມາຍຟຽນຢຸງ ສະເໜີໃຫ້ສະຖານທູດ ສືບຕໍ່ສົມທົບກັບຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໃນວຽກງານດັ່ງກ່າວ; ເພີ່ມທະວີການຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ເອົາໃຈໃສ່ເຖິງຄວາມມຸ່ງມາດປາດຖະໜາຂອງຜູ້ອອກແຮງງານ; ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດເຂົ້າຮ່ວມການເຄື່ອນໄຫວໂດຍຄະນະກຳມະການຈັດຕັ້ງຂຶ້ນ.

        ທີ່ການເຮັດວຽກກັບຜູ້ຕາງໜ້າສະມາຄົມຊາວ ຫວຽດນາມ ອາໄສຢູ່ ມາເລເຊຍ, ທ່ານຮອງຫົວໜ້າ ມາຍຟານຢຸງ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາບກ່ຽວກັບນະໂຍບາຍຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ວຽກງານຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ; ຮັບຟັງການແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ແລະ ຂໍ້ສະເໜີແນະຂອງພໍ່ແມ່ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ