ຊຸກ​ຍູ້​ສັນ​ຕິ​ພາບ ແລະ ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ ລັດ​ເຊຍ - ຈີນ

(VOVWORLD) -ເຫດການທີ່ດຶງດູດຄວາມສົນໃຈເປັນພິເສດຂອງຫາງສຽງໃນວັນທີ 20 ມີນາ ແມ່ນການຢ້ຽມຢາມ ລັດເຊຍ ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ, ເຊິ່ງໄດ້ດຳເນີນແຕ່ວັນທີ 20 – 22 ມີນາ. 

ໃນສະພາບການສອງປະເທດກຳນົດການພົວພັນຄູ່ຮ່ວມມື “ບໍ່ມີພົມແດນ” ໃນເດືອນກຸມພາປີ 2022, ການຢ້ຽມຢາມ ລັດເຊຍ ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ ໃນຄັ້ງນີ້ ແມ່ນເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການພົວພັນຮ່ວມມືຢ່າງແທດຈິງລະຫວ່າງສອງປະເທດ. ໄປຄຽງຄູ່ກັນນັ້ນ, ຜ່ານການຢ້ຽມຢາມ, ຈີນ ກໍຢາກຊຸກຍູ້ບົດບາດເປັນກາງໄກ່ເກ່ຍ ໃຫ້ແກ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ເຖິງວ່າ ຄວາມມານະພະຍາຍາມດັ່ງກ່າວ ຈະປະເຊີນໜ້າກັບຄວາມສົງໄສຫຼາຍຢ່າງຈາກບັນດາປະເທດຝ່າຍຕາເວັນຕົກ.

ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Yuri Ushakov ໃຫ້ຮູ້ວ່າ ການຢ້ຽມຢາມ ລັດເຊຍ ຄັ້ງນີ້ຂອງທ່ານປະທານປະເທດ ຈີນ ສີຈີ້ນຜິງ, ພາຍຫຼັງການພົບປະເຈລະຈາ, ຈະລົງນາມໃນເອກະສານຫຼາຍສະບັບ, ໃນນັ້ນ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຈະລົງນາມໃນເອກະສານ 2 ສະບັບ. ເອກະສານສະບັບທຳອິດ ແມ່ນຖະແຫຼງການຮ່ວມຂອງ ສະຫະພັນ ລັດເຊຍ ແລະ ຈີນ ກ່ຽວກັບການເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຍຸດທະສາດເລິກເຊິ່ງຂຶ້ນຕື່ມ ແລະ ກ້າວເຂົ້າສູ່ສັງກາດໃໝ່. ເອກະສານສະບັບທີ 2 ແມ່ນຖະແຫຼງການຮ່ວມກ່ຽວກັບແຜນການພັດທະນາຂອງບັນດາຂົງເຂດຮ່ວມມືເສດຖະກິດສຳຄັນລະຫວ່າງ ລັດເຊຍ ແລະ ຈີນ ຮອດປີ 2030.

        ນັກຂ່າວ VOV ປະຈຳ ລັດເຊຍ ແລະ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ