ຊູ​ດັງ ຍົກ​ເລີກ​ສະ​ພາວະ​ສຸກ​ເສີນ​ແຫ່ງ​ຊາດ

(VOVWORLD) -ວັນທີ 29 ພຶດສະພາ, ສະພາອະທິປະໄຕກຳອຳນາດ ຊູດັງ ໃຫ້ຮູ້ວ່າ ທ່ານນາຍພົນ Abdel Fattah Al-Burhan ໄດ້ຍົກເລີກສະພາວະສຸກເສີນ ເຊິ່ງໄດ້ຈັດວາງນັບແຕ່ການກໍ່ລັດຖະປະຫານ ໃນເມື່ອປີກາຍນີ້ຢູ່ປະເທດນີ້.
ຊູ​ດັງ ຍົກ​ເລີກ​ສະ​ພາວະ​ສຸກ​ເສີນ​ແຫ່ງ​ຊາດ - ảnh 1ທ່ານນາຍພົນ Abdel Fattah Al-Burhan ຜູ້ບັນຊາການໃຫຍ່ກອງທັບ ຊູດັງ (ພາບ: AFP/TTXVNN )

ໃນຖະແຫຼງການສະບັບໜຶ່ງ, ສະພາອະທິປະໄຕ ໃຫ້ຮູ້ວ່າ ທ່ານນາຍພົນ Abdel Fattah Al-Burhan ໄດ້ປະກາດໃຊ້ຄຳສັ່ງຍົກເລີກສະພາສະສຸກເສີນໃນທົ່ວປະເທດ. ຄຳສັ່ງນີ້ໄດ້ຍົກອອກມາເພື່ອກະກຽມໃຫ້ແກ່ການເຈລະຈາຢ່າງມີປະສິດທິຜົນ ແລະ ມີຄວາມໝາຍ, ແນໃສ່ບັນລຸຄວາມມີສະຖຽນລະພາບໃຫ້ແກ່ວິວັດການຂ້າມຜ່ານ.

ການຕົກລົງໂດຍທ່ານນາຍພົນ Abdel Fattah Al-Burhan ຍົກອອກມາພາຍຫຼັງກອງປະຊຸມກັບບັນດາເຈົ້າໜ້າທີ່ການທະຫານຂັ້ນສູງ ເຊິ່ງໄດ້ສະເໜີແນະວ່າ ຍົກເລີກສະພາວະສຸກເສີນ ແລະ ປ່ອຍຕົວຜູ້ຖືກກັກຂັງໃຫ້ເປັນອິດສະຫຼະຕາມກົດໝາຍວ່າດ້ວຍສະພາວະສຸກເສີນ. ກ່ອນໜ້ານັ້ນ, ທູດພິເສດຂອງ ສປຊ Volker Perthes ກໍ່ໄດ້ຍົກອອກຄຳຮຽກຮ້ອງກ່ຽວກັບການຍົກເລີກສະພາວະສຸກເສີນຢູ່ ຊູດັງ, ພາຍຫຼັງເຫດຜູ້ ເດີນຂະບວນປະທ້ວງ 2 ຄົນ ຕ້ານການກໍ່ລັດຖະປະຫານ ຖືກເສຍຊີວິດໃນວັນທີ 28 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ