ຊູດັງ ປາຖະໜາ ຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບ ຫວຽດນາມ

(VOVWORLD) - ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນກັວກເວື້ອງ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ໄດ້ໃຫ້ການຕ້ອນຮັບທ່ານ Faisal Hasan Ibrahim ຮອງປະທານພັກ ຄອງເກຼດ ຊູດັງ, ຜູ້ຊ່ວຍປະທານາທິບໍດີ ຊູດັງ ທີ່ກຳລັງຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຊູດັງ ປາຖະໜາ ຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມກັບ ຫວຽດນາມ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ເຈິ່ນກັວກເວື້ອງ ສະເໜີໃນໄລຍະຈະມາເຖິງ, ສອງຝ່າຍຄວນສືບຕໍ່ເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື; ຍູ້ແຮງການພົບປະແລກປ່ຽນມິດຕະພາບລະຫວ່າງ ປະຊາຊົນ; ຕັ້ງໜ້າສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາເວທີປາໄສຫຼາຍຝ່າຍ; ປາຖະໜາວ່າ ຊູດັງ ຈະສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ສ່ວນທ່ານ Faisal Hasan Ibrahim ກໍ່ຢັ້ງຢືນຄວາມປາຖະໜາ ແລະ ຄວາມຕັດສິນໃຈໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດກວ່າອີກ; ສະເໜີສອງຝ່າຍສືບຕໍ່ເສີມຂະຫຍາຍ ແລະ ໝູນໃຊ້ບັນດາກະລະໂອກາດ, ຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງ ເພື່ອຊຸກຍູ້ການຮ່ວມມື ແລະ ພັດທະນາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ