ຊູດານໃຕ້: ບັນດາມືປືນບຸກໂຈມຕີ, ສາມັນຊົນນັບສິບຄົນເສຍຊີວິດ

(VOVWORLD) - ຢ່າງໜ້ອຍສຸດມີ 21 ຄົນເສຍຊີວິດ ແລະ 25 ຄົນອື່ນຖືກຮັບບາດເຈັບໃນການບຸກໂຈມຕີໂດຍບັນດາມືປືນດຳເນີນໃນວັນທີ 7/5 ຢູ່ຊູດານໃຕ້. 
 

ຊູດານໃຕ້: ບັນດາມືປືນບຸກໂຈມຕີ, ສາມັນຊົນນັບສິບຄົນເສຍຊີວິດ - ảnh 1ຊາວອົບພະຍົບຈາກ ຊູດານໃຕ້ ຈັດເປັນແຖວເພື່ອລໍຖ້າຈົດທະບຽນເຂົ້າສູນຕັ້ງຖິນຖານຄົງທີ່ຢູ່ເຂດຊາຍແດນ Ngomoromo, Uganda

(ພາບ:AFP/TTXVN )

ກ່າວຄຳເຫັນຕໍ່ວົງການສື່ມວນຊົນ, ຫົວໜ້າອົງການສື່ສານລັດ Jonglei Akech Dengdit ໃຫ້ຮູ້ວ່າ: ເຫດການເກີດຂຶ້ນຢູ່ປ້ອມກວດກາຄວາມສະຫງົບໃນເຂດຫ່າງໄກຊອກຫຼີກ Gemeza, ຫ່າງຈາກນະຄອນຫຼວງ Juba 75 ກມ. ທ່ານ Dengdit ໄດ້ຊີ້ແຈ້ງວ່າ ກຸ່ມມືປືນໄດ້ສະກັດກັ້ນລົດໂອໂຕ 2 ຄັນພວມເດີນທາງຈາກ Juba ເຖິງນະຄອນ Bor ຢູ່ພາກຕາເວັນອອກ, ຫຼັງຈາກນັ້ນໄດ້ຍິງປືນໃສ້ບັນດາຜູ້ປະສົບເຄາະຮ້າຍ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍຫຼາຍຄົນ. ປະຈຸບັນ, ຍັງບໍ່ທັນໄດ້ຮູ້ສາຍເຫດຂອງບັນດາມືປືນດັ່ງກ່າວ. ວົງການເຈົ້າໜ້າທີ່ພວມດຳເນີນການສືບສວນເຫດການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ