ຊີ້ນຳຈັດຕັ້ງບັນດາການເຄື່ອນໄຫວ“ເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສດຕິດ”

ຊີ້ນຳຈັດຕັ້ງບັນດາການເຄື່ອນໄຫວ“ເດືອນເຄື່ອນໄຫວປ້ອງກັນ, ຕ້ານຢາເສດຕິດ” - ảnh 1
ພາບປະກອບ

(vovworld) - ນາຍົກລັດຖະມົນຕີຫາກໍ​ໃຫ້ການ​ຊີ້​ນຳ ​ເພື່ອ​ປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ກ່ຽວ​ກັບ​ການ​ສືບ​ຕໍ່​ເພີ່​ມທະວີ​ການຊີ້​ນຳ ​ນຳພາ ​ຕໍ່​ວຽກ​ງານ​ປ້ອງ​ກັນ, ຕ້ານ ​ແລະ ຄວບ​ຄຸມ​ຢາ​ເສບ​ຕິດ​ໃນ​ສະພາບ​ການ​​ໃໝ່ ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຕອບ​ສະໜອງ “​ເດືອ​ນ​ເຄື່ອນ​ໄຫ​ວປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ”, “ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ” ​ແລະ “ວັນ​ໂລກ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ” (26/06) ດ້ວຍ​ຫົວ​ຂໍ້ “ທົ່ວ​​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຄື​່ອນ​ໄຫວ​ເພື່ອ​ວົງ​ຄະນະ​ຍາດ​ປອດ​​ຢາ​ເສດ​ຕິດ” ຢ່າງ​ແທ​ດຈິງ. ຕາມ​ນັ້ນ​ແລ້ວ, ​ແຕ່​ວັນ​ທີ 1 – 30/6, ບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ​ຂຶ້ນ​ກັບ​ສູນ​ກາງ​ຄວນ​ສຸມ​​ໃສ່​ໂຄສະນາ​ຢ່າງ​ເລິກ​​ເຊິ່ງ ​ແລະ ກ້ວາງ​ແຂວງ​ບັນດາ​​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຜົນ​ຮ້າຍ​ຢ້ອນ​ຫຼັງ ​ແລະ ຜົນ​ຮ້າຍ​ຂອງ​ຢາ​ເສບ​ຕິດ ​ເພື່ອ​ແນ​ໃສ່​ສ້າງ​ການ​ຫັນປ່ຽນ​​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ສະຕິ, ການ​ເຄື່ອນ​ໄຫວ​​ຂອງຄະນະ​ພັກ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ ​ແລະ ຂອງ​ຄອບ​ຄ​ົວ, ວົງ​ຄະນະ​ຍາດ​ໃນ​ວຽກ​ງານ​ປ້ອງ​ກັນ, ຕໍ່ສູ້​ກັບ​ອາດຊະຍາ​ກຳ​ຄ້າຢາ​ເສບ​ຕິດ, ໜູນ​ຊ່ວຍ​ການບຳບັດ​ປິນປົ່ວ​ຜູ້​ຕິດ​ຢາ​ເສບ​ຕິດ ​ແລະ ຊ່ວຍ​ເຫຼືອ​ຜູ້​ຕິດ​ຢາ​ເສບ​ຕິດ​ຫຼັງ​ການ​ບຳບັດ ​ໄດ​້​ເຊື່ອມ​ຕົວ​ກັບ​ຊີວິດ​ສັງຄົມ​ຄືນ​ໃໝ່.

 

ຂ່າວ/ບົດ​ອື່ນ