ຊຸມມື້ຫວຽດນາມ ຢູ່ ມີລານ, ປະເທດອີຕາລີ
ງານວາງສະແດງຮູບພາບສິລະປະດ້ວຍຫົວຂໍ້ວ່າ
“ສີສັນຫວຽດນາມ” ຢູ່ມີລານ
(ພາບ: vietnamplus.vn)
(vovworld) – ງານວາງສະແດງຮູບພາບສິລະປະດ້ວຍຫົວຂໍ້ວ່າ “ສີສັນຫວຽດນາມ” ຖືກໄຂຂຶ້ນໃນຕອນຄໍ່າວັນທີ 22 ຕຸລາ, ຢູ່ມີລານ, ສູນການຄ້າ ແລະ ວັດທະນະທຳໃຫຍ່ຂອງອີຕາລີ, ອັນໄດ້ເປີດສາກບັນດາການເຄື່ອນໄຫວເຊິ່ງນອນໃນຂອບເຂດ “ຊຸມມື້ຫວຽດນາມ” ຢູ່ມີລານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນລະຫວ່າງຫວຽດນາມ - ອີຕາລີ (1973 - 2013).
ກ່າວຄຳເຫັນທີ່ພິທີໄຂ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ຫງວຽນຮ່ວາງລອງ ເນັ້ນໜັກວ່າ “ຊຸມມື້ຫວຽດນາມ” ຢູ່ມີລານ ບໍ່ພຽງແຕ່ແນໃສ່ຈຸດໝາຍເພີ່ມທະວີຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ 2 ປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເປີດກວ້າງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ໂຄສະນາວັດທະນະທຳ, ພາບພົດຊີວິດ, ປະເທດຊາດ ແລະ ຊາວຫວຽດນາມ ເຖິງປະຊາຊົນນະຄອນ ມີລານ ອີກດ້ວຍ. ບັນດາການເຄື່ອນໄຫວດັ່ງກ່າວກໍ່ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ເພື່ອນມິດອີຕາລີ ເວົ້າລວມ ແລະ ມີລານ ເວົ້າສະເພາະ ເຊິ່ງໄດ້ຮຽງບ່າຮຽງໄຫຼ່ພ້ອມກັບປະຊາຊົນຫວຽດນາມ ໃນຕະຫຼອດໄລຍະ 40 ປີຜ່ານມາ. ບັນດາ “ຊຸມມື້ຫວຽດນາມ” ຢູ່ມີລານ ຈະແກ່ຍາວຮອດວັນທີ 31 ພະຈິກ 2013 ຈຶ່ງອັດລົງ.