ຊຸມວັນວັດທະນະທຳຫວຽດນາມຢູ່ໄທ

ຊຸມວັນວັດທະນະທຳຫວຽດນາມຢູ່ໄທ - ảnh 1
​ພິທີ​ໄຂ “ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່ ​ໄທ”
(ພາບ: VGP/ດີງນາມ)


(vovworld) - ​ ​ພິທີ​ໄຂ “ຊຸມ​ວັນ​ວັດທະນະທຳ ຫວຽດນາມ ຢູ່ ​ໄທ” ຖື​ກດຳ​ເນີນ​ໃນ​ວັນ​ທີ 10/08 ຢູ່​ນະຄອນຫລວງ ບາງກອກ, ​ໄທ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກ​ດາມ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ​ໄທ ທະນະ​ສັກ ປະຕິມາ​ປຣະກອນ. ນີ້​ແມ່ນ​ເຫດການ ​ໂດຍ​ກະຊວງ​ວັດທະນະທຳ​ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ສົມທົບ​ກັບ​ກະຊວງ​ວັດທະນະທຳ ​ໄທ ຈັດ​ຂຶ້ນ ​​ເນື່ອງ​ໃນ​ໂອກາດ 2 ປະ​ເທດ​ສະ​ເຫຼີ​ມສະຫຼອງ 40ປີ​ແຫ່ງ​ວັນສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (06/08/1976 – 06/08/2016) ດ້ວຍ​ການ​ເຄື່ອນ​ໄຫ​ວວັດທະນະທຳຫລາຍ​ຢ່າງ, ການສະ​ແດງ​ສິລະ​ປະ, ວາງສະ​ແດງ “ສີສັນ ຫວຽດນາມ” …​ໃນ​ນັ້ນ, ບັນດາ​ລາຍການ​ສິລະ​ປະ​ຂອງ​ນັກ​ສິລະ​ປິນ ຫວຽດນາມ ​ໃນ​ລາຍການ​ສະ​ແດງ “ຄວາມ​ງາມ ຫວຽດນາມ” ທີ່ພິທີ​ໄຂ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຜູ້​ຊົມ ​ໄທ ​ແລະ ​ເພື່ອນ​ມິດສາ​ກົນ​ພວມ​ດຳລົງ​ຊີວິດ, ​ເຮັດ​ວຽກ​ຢູ່ ​ໄທ ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ, ມະນຸດ, ວັດທະນະທຳ ຫວຽດນາມ ຢ່າງ​ເລິກ​​ເຊິ່ງກ່ວາ​ອີກ. ງານ​ວາງສະ​ແດງ​ວັດທະນະທຳ “ສີສັນ ຫວຽດນາມ” ກໍ່​ແນະນຳ​ບັນດາ​ຮູບ​ພາບ​ທີ່​ອຸດົມ​ສົມ​ບຸນກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ, ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈຕື່ມ ​ແລະ ຮັກ​ຄວາມ​ງາມ​ ​ແລະ ຊີວິດການ​ເປັນ​ຢູ່ຂອງຊາວ ຫວຽດນາມ ​ໃນ​ທົ່ວ​ປະ​ເທດ ຫວຽດນາມ ຕື່ມ​ອີກ.

        “ຊຸມ​ວັນ​ວັດທະນະທຳ​ ຫວຽດນາມ ຢູ່ ​ໄທ” ບໍ່​ພຽງ​ແຕ່​ສ້າງ​ໂອກາດ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ສິລະ​ປະລະ​ຫວ່າງ 2 ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ຂີດ​ໝາຍ​ບາດກ້າວ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ຕື່ມ​ອີກ ດ້ວຍ​ຫລາຍ​ໂຄງການ, ​ແຜນການ​ລວມຂອງ​ປະຊາ​ຄົມ ອາ​ຊຽນ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ.

ຂ່າວ/ບົດ​ອື່ນ